ການແຫ່ຂະບວນປະທ້ວງຢູ່ຢແກຼນ ຮຽກຮ້ອງໃຫ້ ປະທານາທິບໍດີລາອອກຈາກຕຳແໜ່ງ

ການແຫ່ຂະບວນປະທ້ວງຢູ່ຢແກຼນ ຮຽກຮ້ອງໃຫ້ ປະທານາທິບໍດີລາອອກຈາກຕຳແໜ່ງ - ảnh 1
ທະຫານ​ອາສາ​ສະໝັກ 500 ຄົນ​ໄດ້​ເຂົ້າ​ຮ່ວມ​ການ
​ແຫ່​ຂະ​ບວນປະ​ທ້ວງ​ຢູ່ສະໜາມ​ຫຼວງ​ເອກະລາດ
(ພາບປະກອບ: bcnews.go)

(vovworld) – ມີ​ທະຫານ​ອາສາ​ສະໝັກ 500 ຄົນ​ໄດ້​ເຂົ້າ​ຮ່ວມ​ການ​ແຫ່​ຂະ​ບວນປະ​ທ້ວງ​ຢູ່ສະໜາມ​ຫຼວງ​ເອກະລາດ ​ໃນ​ວັນ​ທີ 01/02, ຢູ່​ນະຄອນຫຼວງ​ Kiev ຂອງ​ຢູ​ແກຼນ ​ເພື່ອ​ຮຽກຮ້ອງ​ໃຫ້​ທ່ານ​ປະທານາທິບໍດີ​ຢູ​ແກຼນ Petro Poroshenko ລາ​ອອກ​ຈາກ​ຕໍາ​ແໜ່​ງ. ບັນດາ​ທະຫານ​ອາສາ​ສະໝັກ​ທີ່​ມາ​ຈາກ​ເຂດ​ທະຫານ​ຢູ່​ທິດຕາ​ເວັນ​ອອກ​ຢູ​ແກຼນ ​ໄດ້​ຖະ​ແຫຼງວ່າ​ ບັນດາກົມ​ກອງ​ເຂົ້າ​ຮ່ວມ​ບໍ່​ໄດ້ສະໜອງ​ດ້ານ​ການເງິນ ​ແລະ ​ອາວຸດ. ​ໃນ​ຂະນະ​ນັ້ນ, ການ​ເຈລະຈາ​ເພື່ອ​ແນ​ໃສ່​ມຸ່ງ​ໄປ​ເຖິງ​ຄຳ​ສັ່ງ​ຢຸດ​ຍິງ​ລະຫວ່າງ​ກຳລັງ​ຮຽກ​ຕົວ​ເປັນ​ເອກະລາດ​ຢູ່​ທິດຕາ​ເວັນ​ຕົກ​ຢູ​ແກຼນ ​ແລະ ລັດຖະບານ​ຢູ​ແກຼນ ​ໄດ້​ສິ້ນ​ສຸດ​ລົງ​ແຕ່​ບໍ່​ບັນລຸ​ໄດ້ຂໍ້​ຕົກລົງ​ໃດໆ. ກຳລັງ​ຮຽກ​ຕົວ​​ເປັນ​ເອກະລາດ​ບໍ່​ກຽມພ້ອມ​ປຶກສາ​ຫາລືກ່ຽວ​ກັບ​ຂໍ້​ສະ​ເໜີຕ່າງໆຂອງ​ກຸ່ມພົບ​ປະ ຫາກ​ຢາກ​ປຶກສາ​ຫາລືຄື​ນ​ຂໍ້​ຕົກລົງ​ເມື່ອ​ເດືອນ 09/2014. ​ແຕ່​ວ່າ, ກຸ່ມ​ພົບ​ປະ​ຢືນຢັນ ພ້ອມ​ແລ້ວ​ທີ່​ຈະ​ທາ​ບທາມ​ຄວາມ​ເຫັນ​ໃນ​ບໍ່​ວ່າ​ເວລາ​ໃດ, ພ້ອມ​ທັງ​ຮຽກຮ້ອງ​ບັນດາ​ຝ່າຍ​ປະຕິບັດ​ຂໍ້​ຕົກລົງ Minsk.

ຂ່າວ/ບົດ​ອື່ນ