ການແຫ່ຂະບວນປະທ້ວງຢູ່ຢູແກຼນຄັດຄ້ານຂໍ້ຕົກລົງຍົກເລີກສົນທິສັນຍາຮ່ວມສຳພັນກັບອີຢູ

ການແຫ່ຂະບວນປະທ້ວງຢູ່ຢູແກຼນຄັດຄ້ານຂໍ້ຕົກລົງຍົກເລີກສົນທິສັນຍາຮ່ວມສຳພັນກັບອີຢູ - ảnh 1
ການປະທະກັນຢູ່ນະຄອນຫຼວງ Kiev ເມື່ອວັນທີ 24/11
(ພາບ: Reuters)

(vovworld) - ການ​ແຫ່​ຂະ​ບວນປະ​ທ້ວງ​ຖືກ​ດຳ​ເນີນ​ໃນ​ວັນ​ທີ 24/11, ຢູ່​ນະຄອນຫຼວງ Kiev, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ປະຊາຊົນ ຢູ​ແກຼນ ທີ່ນິຍົມ​ຝ່າຍ​ຕາ​ເວັນ​ຕົກ 10.000 ຄົນ, ​ເພື່ອ​​ແນ​ໃສ່​ຄັດຄ້ານ​ຂໍ້ຕົກລົງ​​​ຍົກ​ເລີກ​ການ​ເຊັນ​ສັນຍາ​ຮ່ວມ​ສຳພັນ​ການ​ຄ້າ​ຂອງ​ລັດຖະບານກັບ​ສະຫະ​ພາບ​ເອີ​ລົບ (ອີ​ຢູ) ໃນ​ອາທິດ​ກ່ອນ. ບັນ​ດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ໄດ້ຍົກຄັນ​ທຸງ​ຂອງ ອີ​ຢູ ​ແລະ ພັກ​ຝ່າຍ​ຄ້ານ, ຊອກ​ວິທີ​ບຸກເຂົ້າ​ສຳນັກງານ​ລັດຖະບານ​ຢູ່​ນະຄອນຫຼວງ Kiev ​ແລ​ະ ປະ​ທະ​ກັນ​ກັບ​ຕຳຫຼວດ, ​ເຮັດ​ໃຫ້​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ຕ້ອງ​ຍິງ​ແກ​ດນ້ຳຕາ​ເພື່ອສະກັດ​ກັ້ນ.

    ກ່ອນ​ໜ້າ​ນັ້ນ, ວັນ​ທີ 21/11, ສະພາ​ລັດຖະມົນຕີ ຢູ​ແກຼນ ​ໄດ້​ອອກ​ຄຳ​ສັ່ງ​ຢຸດຕິ​ການ​ເຄື່ອນ​ໄຫວ​ກະກຽ​ມ​ເຊັນ​ສົນທິສັນຍາ​ຮ່ວມ​ສຳພັນ​ກັບ ອີ​ຢູ, ປະຊາ​ຄົມ​ພະລັງງານ​ປະລະມານູ ​ເອີ​ລົບ ​ແລະ ບັນດາ​ປະ​ເທດ​ສະມາຊິກ, ​ເພື່​ອປັບປຸງ​ການ​ພົວພັນ​ດ້ານ​ການຄ້າກັບ​ລັດ​ເຊຍ ​ແລະ ບັນດາ​ປະ​ເທ​ດ SNG.

 


ຂ່າວ/ບົດ​ອື່ນ