ການແຫ່ຂະບວນປະທ້ວງຢູ່ອິດສະຣາແອນກາຍເປັນການໃຊ້ຄວາມຮຸນແຮງ

ການແຫ່ຂະບວນປະທ້ວງຢູ່ອິດສະຣາແອນກາຍເປັນການໃຊ້ຄວາມຮຸນແຮງ - ảnh 1
ພາບ​ປະ​ກອບ:AP

(vovworld) - ການ​ປະ​ທະ​ກັນ​ເກີດ​ຂຶ້ນ​ລະ​ຫວ່າງ​ຜູ້​ແຫ່​ຂະ​ບວນ​ປະ​ທ້ວງ ແລະ ຕຳ​ຫລວດ​ໃນ​ວັນ​ທີ 30/4 ຂະ​ນະ​ທີ່​ຊາວ​ຢິວກວ່າ 1000 ຄົນ ໄດ້​ລົງ​ຖະ​ຫນົນ​ຢູ່​ໃຈ​ກາງ​ນະ​ຄອນ Jelusalem ເພື່ອ​ຄັດ​ຄ້ານ​ການ​ກະ​ທຳ​ໃຊ້​ຄວາມ​ຮຸນ​ແຮງ ແລະ ​ການຈຳ​ແນກ​ເຊື້ອ​ຊາດ​ເຜົ່າ​ພັນ​ຂອງ​ຕຳ​ຫລວດ. ການ​ແຫ່​ຂະ​ບວນ​ແມ່ນ​ເລີ່ມ​ຕົ້ນ​ຢູ່ນອກ​ສຳ​ນັກ​ງານ​ຕຳ​ຫລວດຢູ່​ນະ​ຄອນ Jelusalem, ຜູ້​ແຫ່​ຂະ​ບວ​ນ​ປະ​ທ້ວງ​ດັ່ງ​ກ່າວ​ໄດ້​ພາ​ກັນ​ແຫ່​ຂະ​ບວນ​ເຖິງ​ສະ​ຫນາມ​ຫລວງ Paris, ປີດ​ລ້ອມ​ເສັ້ນ​ທາງ​ຄົມ​ມະ​ນາ​ຄົມ​ຕົ້ນ​ຕໍ​ໃນ​ນະ​ຄອນ ແລະ ໄປ​ເຖິງ ບ້ານ​ພັກ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແຕ່​ຖືກ​ຕຳ​ຫລວດ​ສະ​ກ​ັດ​ກັ້ນ. ຕາມ​ກຳ​ລັງ​ກູ້​ຊີບ ອິດ​ສະ​ຣາ​ແອນ​ແລ້ວ, ການ​ປະ​ທະ​ກັນ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້ 15 ຄ​ົນ​ຖືກ​ບາດ​ເຈັບ, ໃນ​ນັ້ນ ມີ​ຕຳ​ຫລວດ 3 ຄົນ.

 

 

 

 

ຂ່າວ/ບົດ​ອື່ນ