ການແຫ່ຂະບວນປະທ້ວງເພື່ອຄັດຄ້ານການຈຳແນກເຊື້ອຊາກຜິວພັນແຜ່ຂະຫຍາຍໄປທົ່ວປະເທດ ສະວິດ

(VOVWORLD) -  ຕອນຄ່ຳວັນທີ 09 ມິຖຸນາ, ປະຊາຊົນນະຄອນ ເຊີແນວ ປະມານ 10.000 ຄົນ ໄດ້ລົງຖະໜົນດຳເນີນການແຫ່ຂະບວນປະທ້ວງເພື່ອຄັດຄ້ານການຈຳແນກເຊື້ອຊາດຜິວພັນ. 

ການແຫ່ຂະບວນປະທ້ວງດັ່ງກ່າວ ດຳເນີນໄປກົງກັບເວລາດຳເນີນງານສົບຂອງ George Floyd, ຊາວ ອາເມລິກາ ເຊື້ອຊາດ ອາຟຣີກາ ທີ່ໄດ້ເສຍຊີວິດ ພາຍຫລັງຖືກຕຳຫລວດຮັດຄໍໃນເດືອນ ພຶດສະພາ ແລະ ນີ້ແມ່ນການແຫ່ຂະບວນປະທ້ວງຄັ້ງໃຫຍ່ສຸດຢູ່ປະເທດ ສະວິດ ນັບແຕ່ກ່ອນມາຮອດປະຈຸບັນ.

ການແຫ່ຂະບວນປະທ້ວງເພື່ອຄັດຄ້ານການຈຳແນກເຊື້ອຊາກຜິວພັນແຜ່ຂະຫຍາຍໄປທົ່ວປະເທດ ສະວິດ - ảnh 1 ການແຫ່ຂະບວນປະທ້ວງເພື່ອຄັດຄ້ານການຈຳແນກເຊື້ອຊາກຜິວພັນແຜ່ຂະຫຍາຍໄປທົ່ວປະເທດ ສະວິດ (ພາບ: swissinfo.ch/TTXVN)

        ບັນດາຜູ້ເຂົ້າຮ່ວມການແຫ່ຂະບວນປະທ້ວງໄດ້ສ້າງເປັນກຸ່ມປະມານ 300 ຄົນ ເພື່ອ ປະຕິບັດຕາມບັນດາຂໍ້ກຳນົດກ່ຽວກັບການເຕົ້າໂຮມກັນຢູ່ສະຖານທີ່ສາທາລະນະຂອງລັດຖະບານ ເພື່ອແນໃສ່ສະກັດກັ້ນການຕິດແປດຂອງໂລກລະບາດໂຄວິດ-19.

        ນີ້ແມ່ນການແຫ່ຂະບວນປະທ້ວງຕ້ານການຈຳແນກເຊື້ອຊາດເຜົ່າພັນຄັ້ງຫຼ້າສຸດທີ່ເກີດຂຶ້ນຢູ່ປະເທດ ສະວິດ. ກ່ອນໜ້ານັ້ນ, ບັນດາການແຫ່ຂະບວນປະທ້ວງທີ່ຄ້າຍຄືກັນ ກໍ່ໄດ້ດຳເນີນໄປຢູ່ບາງນະຄອນ ແລະ ເທດສະບານຂອງປະເທດນີ້ ຄືຢູ່ Zurich, Basel, Lausanne ແລະ ນະຄອນຫລວງ Bern.

ຕອບກັບ

ຂ່າວ/ບົດ​ອື່ນ