ການແຫ່ຂະບວນຢູ່ 70 ນະຄອນ ຂອງ ເຢຍລະມັນໂດຍຮຽກຮ້ອງແກ້ໄຂການປະທະກັນລະຫວ່າງ ລັດເຊຍ ແລະ ຢູແກຼນ

(VOVWORLD) -ປ້າຍຄຳຂວັນຂອງຜູ້ເຂົ້າຮ່ວມການແຫ່ຂະບວນ ຢູ່ ແບກແລງ ໄດ້ຮຽກຮ້ອງໃຫ້ມີສັນຕິພາບ, “ເຂົ້າຈີ່ ແທນໃຫ້ອາວຸດ”, “ສັນຕິພາບກັບລັດເຊຍ”. 
ການແຫ່ຂະບວນຢູ່ 70 ນະຄອນ ຂອງ ເຢຍລະມັນໂດຍຮຽກຮ້ອງແກ້ໄຂການປະທະກັນລະຫວ່າງ ລັດເຊຍ  ແລະ ຢູແກຼນ - ảnh 1ຜູ້ເຂົ້າຮ່ວມການແຫ່ຂະບວນ ໄດ້ຄັດຄ້ານການສະຫນອງອາວຸດໃຫ້ແກ່ ຢູແກຼນ ແລະ ສະຫນັບສະຫນູນການເຈລະຈາສັນຕິພາບ. ພາບ:The Guardian

ການແຫ່ຂະບວນຂອງຂະບວນການເພື່ອສັນຕິພາບໄດ້ດຳເນີນໃນທົ່ວປະເທດ ເຢຍລະມັນ ໂດຍຮຽກຮ້ອງໃຫ້ມີການເຈລະຈາ, ຢຸດຕິການປະທະກັນລະຫວ່າງ ລັດເຊຍ ແລະ ຢູແກຼນ. ການແຫ່ຂະບວນໄດ້ດຳເນີນໄປຢູ່ 70 ນະຄອນໃນທົ່ວປະເທດເຢຍລະມັນ. ຜູ້ເຂົ້າຮ່ວມການແຫ່ຂະບວນກໍ່ໄດ້ຮຽກຮ້ອງຢຸດຕິການສະຫນອງອາວຸດຂອງ ເຢຍລະມັນ ໄປຍັງ ຢູແກຼນ ແລະ ຍົກເລີກແຜນການຫັນກອງທັບໃຫ້ເປັນທັນສະໄຫມ.

          ປ້າຍຄຳຂວັນຂອງຜູ້ເຂົ້າຮ່ວມການແຫ່ຂະບວນ ຢູ່ ແບກແລງ ໄດ້ຮຽກຮ້ອງໃຫ້ມີສັນຕິພາບ, “ເຂົ້າຈີ່ ແທນໃຫ້ອາວຸດ”, “ສັນຕິພາບກັບລັດເຊຍ”. ໃນຂະນະນັ້ນ ຜູ້ເຂົ້າຮ່ວມການແຫ່ຂະບວນຢູ່ເຂດ Rhein/Ruhr ໄດ້ຮຽກຮ້ອງໃຫ້ລັດຖະບານ ເຢຍລະມັນ ແລະ ສະຫະພາບເອີລົບ ຕ້ອງເຈລະຈາສັນຕິໂດຍບໍ່ມີເງື່ອນໄຂ ພ້ອມທັງຄັດຄ້ານເລື່ອງສະຫນອງລົດຖັງ ແລະ ອາວຸດຫນັກ ຊື່ງໄດ້ເຮັດໃຫ້ການປະທະກັນເພີ່ມຂຶ້ນ ແລະ ແກ່ຍາວ.

ຕອບກັບ

ຂ່າວ/ບົດ​ອື່ນ