ການແຫ່ຂະບວນສະໜັບສະໜູນລັດຖະບານຢູ່ເວເນຊູເອລາ

ການແຫ່ຂະບວນສະໜັບສະໜູນລັດຖະບານຢູ່ເວເນຊູເອລາ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Nicolas Maduro
ເຂົ້າ​ຮ່ວມການແຫ່​ຂະ​ບວນ​​
(ພາບ: AFP/TTXVN)


(vovworld) - ​ວັນ​ທີ 31/05, ມີ​ພ​າ​ລະ​ກອນ​ຂະ​ແໜງ​ຄົມ​ມະ​ນາ​ຄົມ ເວ​ເນ​ຊູ​ເອ​ລາ ນັບ​ໝື່ນ​ໆ​ຄົນ ໄດ້​ເຂົ້າ​ຮ່ວມ​ການ​ແຫ່​ຂະ​ບວນ​ໃຫຍ່​ຢູ່​ນະ​ຄອນ​ຫຼວງ Caracas ເພື່ອ​ສະ​ແດງ​ການ​ສະ​ໜັບ​ສະ​ໜູ​ນ​ລັດ​ຖະ​ບານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Nicolas Maduro, ໃນ​ສະ​ພາບ​ທີ່​ຝ່າຍ​ຄ້ານ​ໄດ້​ເພີ່​ມ​ທະ​ວີ​ບັນ​ດາ​ການ​ເຄື່ອນ​ໄຫວ​ຕ້ານ​ທຳ​ລາຍ. ທ່ານ​ປະ​ທານ​ສະ​ຫະ​ສະ​ມາ​ຄົມ ​ຄົມ​ມະ​ນາ​ຄົມແຫ່ງ​ຊ​າດ ເວ​ເນ​ຊູ​ເອ​ລາ Jose Betancourt ເນັ້ນ​ໜັກ​ວ່າ, ຄົນ​ງານ​ຂະ​ແໜງ​ຄົມ​ມະ​ນາ​ຄົມ 50.000 ຄົນ ໄດ້​ເຂົ້າ​ຮ່ວມ​ການ​ແຫ່​ຂະ​ບວນ​ເພື່ອ​ແນ​ໃສ່​ຢືນ​ຢັນ​ຄວາມ​ສາ​ມັກ​ຄີ​ກັນ ສະ​ໜັບ​ສະ​ໜູນ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Nicolas Maduro ແລະ ຄັດ​ຄ້ານກົນ​ອຸ​​ບາຍ​ຫວັງ​ມ​້າງ​ເພທຳ​ລາຍ​ພື້ນ​ຖານ​ປະ​ຊາ​ທິ​ປະ​ໄຕ​ຢູ່​ປະ​ເທດ​ອາ​​ເມລິ​ກາ​ໃຕ້​ນ​ີ້.

        ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​​ສະ​ຫະ​ພັນ​​ບັນ​ດາ​ປະ​ເທດ​ອາ​ເມ​ລິ​ກາ​ໃຕ້ Ernetsto Samper ໄດ້​ແຈ້ງ​​ໃຫ້ກຸ່ມ​ໄກ່​ເກ່ຍສາ​ກົນ​ຊາບ​ວ່າ ຈະ​ສືບ​ຕໍ່ຈັດ​ກອງ​ປະ​ຊຸມ​ໃນ​ອາ​ທິດ​ໜ້າ ໃນ​ຄວາມມ​າ​ນະ​ພະ​ຍາ​ຍາມ​ຊອກ​ຫາ​ທາງ​ອອກ​ໃຫ້​ແກ່ວິ​ກິດ​ການ​​ດ້ານການ​ເມືອງ​ທີ່​ຮ້າຍ​ແຮງ​ໃນ​ປະ​ຈຸ​ບັນ​ລະ​ຫວ່າງ​ລັດ​ຖະ​ບານ ແລະ ຝ່າຍ​ຄ້າມ ເວ​ເນ​ຊູ​ເອ​ລາ.

ຂ່າວ/ບົດ​ອື່ນ