ການໂຄສະນາເຜີຍແຜ່ວັດທະນະທຳຫວຽດນາມຢູ່ຝຣັ່ງ

ການໂຄສະນາເຜີຍແຜ່ວັດທະນະທຳຫວຽດນາມຢູ່ຝຣັ່ງ - ảnh 1
ລາຍ​ການ​ສະແດງເຄື່ອງ​ດົນ​ຕີ​ພື້ນ​ເມືອງ​ ຫວຽດ​ນາ​ມ
(ພາບ: Đào Dũng)

(vovworld) – ຕອນ​ຄ່ຳ​ວັນ​ທີ 15/11, ສູນ​ວັດ​ທະ​ນະ​ທຳ ຫວຽດ​ນາມ ປ​ະ​ຈຳ ຝ​ຣັ່ງ ໄດ້​ຈັດ​ຕັ້ງ​ລາຍ​ການ​ເພງ “ທຳ​ນອງ​ເພງ​ຂອງ​ບ້ານ​ເກີດ​ເມືອງນອນ”. ນີ້​ແມ່ນ​ລາຍ​ການ​ສິ​ລະ​ປະ​ພິ​ເສດ​ເພື່ອ​ແນ​ໃສ່​ສິ້ນ​ສຸດ 1 ປີ​ແຫ່ງ​ການ​ເຄື່ອນ​ໄຫວ​ຢ່າງຕັ້ງ​ໜ້າ​ຂອງ​ສູນ​ວັດ​ທະ​ນະ​ທຳ ຫວຽດ​ນາມ ປະ​ຈຳ ຝ​ຣັ່ງ ໃນ​ປີ ຫວຽດ​ນາມ ​ຢູ່ຝ​ຣັ່ງ 2014. ບັນ​ດາ​ນັກ​ສິ​ລະ​ປິນ​ໄດ້​ສະ​ແດງ​ບັນ​ດາ​ບົດ​ເພງ, ທຳ​ນອງ​ເພງ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​​ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ປະ​ເທດ​ຊາດ, ຊາວ ຫວຽດ​ນາມ, ຜ່ານ​ບັນ​ດາເຄື່ອງ​ດົນ​ຕີ​ພື້ນ​ເມືອງ​ ຫວຽດ​ນາ​ມ.

        ແລະ​ກໍ່​ໃນ​ຕອນ​ຄ່ຳ​ວັນ​ດຽວ​ກັນ, ​ງານ​ລາ​ຕີ​ຂອງ​ບັນ​ດາ​ເພື່ອນ​ມິດ ຝ​ຣັ່ງ ​​ນິ​ຍົມ ຫວຽດ​ນາມ ໄດ້​ດຳ​ເນີນ​ໄປ​ຢູ່​ນະ​ຄອ​ນ Carrieres Sous – Poissy ຂອງ ຝ​ຣັ່ງ. ງານ​​ລາ​ຕີ​ໄດ​້ແນະ​ນຳ​ວັດ​ທະ​ນ​ະ​ທ​ຳ ແລະ ການ​ທ່ອງ​ທ່ຽວ ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 15 ປີ​ແຫ່ງວັນ​ສ້າງ​ຕັ້ງ “ສະ​ມາ​ຄົມຜັກ​ບົ້ງ” - ສະ​ມາ​ຄົມ​ຂອງ​​ຊາວ ຝ​ຣັ່ງ ນີ​ຍົມ ຫວຽດ​ນາມ, 4 ປີ​ແຫ່ງ​ການ​ເຄື່ອນ​ໄຫວ​ຂອງ​ສະ​ມາ​ຄົມ​ລະ​ຫວ່າງ​ຫວຽດ​ນາມ ແລະ 10 ປີ​ແຫ່ງວ​ັນ​ສ້າງ​ຕັ້ງ ສະ​ໂມ​ສອນມວຍ ຫວຽດ​ນາມ.


ຂ່າວ/ບົດ​ອື່ນ