ການໂຕ້ວາທີໂດຍກົງຄັ້ງທີ3ມີຄວາມເຄັ່ງຕຶງຮອດເວລາສຸດທ້າຍ

ການໂຕ້ວາທີໂດຍກົງຄັ້ງທີ3ມີຄວາມເຄັ່ງຕຶງຮອດເວລາສຸດທ້າຍ - ảnh 1
ທ່ານ Donald Trump ແລະ ທ່ານ​ນາງ Hillary Clinton 

(vovworld) –  ​ຕອນ​ເຊົ້າ​ວັນ​ທີ 20/10, ຕາມ​ເວ​ລາ ຫວຽດ​ນາມ, ຜູ້ສະໝັກຮັບ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ ອາ​ເມ​ລິ​ກາ ຂອງ​ພັກ ປະຊາທິປະ​ໄຕ ທ່ານ​ນາງ Hillary Clinton ແລະ ຜູ້ສະໝັກຮັບ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ ອາ​ເມ​ລິ​ກາ ຂອງ​ພັກສາ​ທາ​ລະ​ນະ ທ່ານ Donald Trump ໄດ້​ສິ້ນ​ສຸດ​ການ​ໂຕ້​ວາ​ທີໂດຍ​ກົງ​ຄັ້ງ​ທີ 3 ແລະ ກໍ່​ແມ່ນ​ຄັ້ງ​ສຸດ​ທ້າຍ​ໃນ​ການ​ເຄື່ອນ​ໄຫວ​ຫາ​ສຽງ​ເລືອກ​ຕັ້ງ​ທີ່​ດຸ​ເດືອດ​ແກ່​ຍາວ​ໃນຫຼາຍ​ເດືອນ​ຜ່ານ​ມາ.

       ບັນ​ຍາ​ກາດ​ເຄັ່ງ​ຕຶງ​​ທີ່ແກ່​ຍາວ​ໄປ​ຮອດ​ຈຸດ​ເວ​ລາ​​ສຸດ​ທ້າຍ​ຂອງການ​ໂຕ້​ວາ​ທີ. ຕາມ​ໝາກ​ຜົນ​ແຫ່ງ​ການ​ຢັ່ງ​ຫາງ​ສຽງ​ຂອງ CNN/ORC ພາຍຫຼັງ​ການ​ໂຕ້​ວາ​ທີ, ທ່ານ​ນາງ Clinton ໄດ້​ຮັບ​ການ​ຕີ​ລາ​ຄາ​​ວ່າບັນ​ລຸ​ໄດ້​ຜົນ​ງານ​ລື່ນ​ກາຍ​ຄູ່​ແຂ່ງ Donald Trump ດ້ວຍ​ອັດ​ຕາ 52% - 39%.


ຂ່າວ/ບົດ​ອື່ນ