ການໂຕະຖຽງກັນພາຍໃນຂອງອາເມລິກາ ກ່ຽວຂ້ອງເຖິງບັນຫາອິດສຣາແອນ - ປາແລດສຕິນ

ການໂຕະຖຽງກັນພາຍໃນຂອງອາເມລິກາ ກ່ຽວຂ້ອງເຖິງບັນຫາອິດສຣາແອນ - ປາແລດສຕິນ - ảnh 1
(ພາບປະກອບ)

(vovworld) – ທີ່​ການ​ພົບ​ປະ​ກຸ່ມຄົນ​ຊາວ​ອາ​ເມ​ລິ​ກາ ​ເຊື້ອ​ຊາດ​ຊາວ​ຢິວ ຢູ່​ນະຄອນຫຼວງ​ວໍ​ຊິງ​ຕັນ ​ໃນ​ວັນ​ທີ 23/03, ຮອງຫົວໜ້າ​ຫ້ອງວ່າການ​ທຳນຽບຂາວທ່ານ Dennis McDonough ​ໄດ້​ຢືນຢັນ​ຄືນ​ໃໝ່​ແຜນ​ນະ​ໂຍບາຍຂອງ​ອຳນາດ​ການ​ປົກຄອງ​ປະທານາທິບໍດີ Barack Obama ​ເດີນ​ຕາມ​ຈຸດ​ໝາຍ​ສ້າງ​ຕັ້ງ 2 ປະ​ເທດ​ຊາວ​ຢິວ ​ແລະ ປາ​ແລດ​ສຕິນ, ທີ່​ພ້ອມ​ກັນດຳ​ລົງ​ຊີວິດ​ຢ່າງ​ສັນຕິພາບ. ຜູ້ຕາງໜ້າ​ທຳນຽບຂາວ ​ໃຫ້​ຮູ້​ວ່າ, ​ໃນ​ຫຼາຍ​ປີຜ່ານມາ, ອຳນາດ​ການ​ປົກຄອງ Obama ​ໄດ້​ພະຍາຍາມ​ໃຫ້​ຈຸດໝາຍດັ່ງກ່າວ, ຍ້ອນ​ນີ້​ແມ່ນ​ວິທີ​ທີ່​ດີ​ເພື່ອ​ນຳ​ມາ​ເຊິ່ງສັນຕິພາບ​ໃຫ້​ແກ່​ເຂດ​ຕາ​ເວັນ​ອອກ​ກາງ ທີ່​ຂາດຄວາມ​ສະຖຽນ​ລະ​ພາບ. ທ່ານ McDonough ຖື​ວ່າ, ຖະ​ແຫຼ​ງການ​ຫວ່າງ​ແລ້ວ​ນີ້​ຂອງ​ທ່ານ​ນາຍົກລັດຖະມົນຕີອິດສຣາ​ແອນ Benjamin Netanyahu ປະລະ​ບັນດາ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ລັດ​ປາ​ແລດ​ສຕິນ ​ເອກະລາດ, ​ໄປ​ຝືນ​ກັບ​ແຜນ​ນະ​ໂຍບານ​ຂອງ​ອາ​ເມ​ລິ​ກາ. ທ່ານ McDonough ກໍ່​ຫວນ​ຄືນ​ຫຼັກ​ໝັ້ນ​ແຕ່​ດົນ​ນານ​ມາ​ແລ້ວ​ຂອງ​ອາ​ເມ​ລິ​ກາ ທີ່​ຄັດຄ້ານ​ບັນດາ​​ແຜນການ​ສ້າງ​ເຂດ​ຕັ້ງ​ຖີນຖານ​ຄົງທີ່​ໃຫ້​ຊາວ​ຢິວ ​ໃນ​ເຂດ​ຄວບ​ຄຸມ​ຊົ່ວຄາວ​ຂອງ​ປາ​ແລດ​ສຕິນ.

        ​ໃນ​ຂະນະ​ນັ້ນ, ວັນ​ທີ 22/03, ກ່າວ​ຄຳ​ເຫັນ​ທາງ​ໂທລະພາບ, ທ່ານ​ສະມາຊິກ​ສະພາ​ສູງ​ພັກສາ​ທາ​ລະນະ​ລັດ John McCain, ປະທານ​ກຳມາ​ທິການ​ກຳລັງ​ທະຫານ​ສະພາ​ສູງ ຖະ​ແຫຼ​ງວ່າ, ຖ້າ​ຫາກ​ອຳນາດ​ການ​ປົກຄອງ Barack Obama ສະໜັບ​ສະ​ໜູນ​ມະຕິ​ສະບັບໜຶ່ງ​ຂອງ​ສະຫະ​ປະຊາ​ຊາດ ສ້າງ​ຕັ້ງ​ລັດ​ປາ​ແລດ​ສຕິນ ​ເອກະລາດ, ສະພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ, ປະຈຸ​ບັນ​ໂດຍ​ພັກສາ​ທາ​ລະນະ​ລັດ​ກຳ​ອຳນາດ ຈະ​ພິຈາລະນາ​ຄືນ​ເລື່ອງ​ສະ​ໜອງດ້ານ​ການ​ເງິນ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂອງ​ສະຫະ​ປະຊາ​ຊາດ.

ຂ່າວ/ບົດ​ອື່ນ