ການໂອ້ລົມທາງໂທລະສັບລະຫວ່າງທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມຫງວຽນກວ໊ກຢຸງແລະລັດຖະມົນຕີຮັບຜິດຊອບການຕ່າງປະເທດອັງກິດ Heather Wheeler

(VOVWORLD) - ຕອນບ່າຍວັນທີ 29 ຕຸລາ, ທ່ານຫງວຽນກວ໊ກຢຸງຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາງ Heather Wheeler, ລັດຖະມົນຕີຮັບຜິດຊອບການຕ່າງປະເທດພາກພື້ນອາຊີ-ປາຊີຟິກ, ກະຊວງການຕ່າງປະເທດອັງກິດ.
ການໂອ້ລົມທາງໂທລະສັບລະຫວ່າງທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມຫງວຽນກວ໊ກຢຸງແລະລັດຖະມົນຕີຮັບຜິດຊອບການຕ່າງປະເທດອັງກິດ Heather Wheeler - ảnh 1ທ່ານຫງວຽນກວ໊ກຢຸງຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ (ພາບ: baochinhphu.vn)

ທີ່ການໂອ້ລົມ, ສອງຝ່າຍໄດ້ສະແດງຄວາມຕື່ນຕົກໃຈ ຕໍ່ກັບເຫດການຜູ້ຮັບເຄາະຮ້າຍ 39 ຄົນໄດ້ເສຍຊີວິດໃນລົດຕູ້ container ຢູ່ເຂດອຸດສາຫະກຳ Waterglade, Essex, ປະເທດອັງກິດໃນວັນທີ 23 ຕຸລາ. ທ່ານຮອງລັດຖະມົນຕີຫງວຽນກວ໊ກຢຸງຢັ້ງຢືນວ່າ: ລັດຖະບານ ແລະປະຊາຊົນຫວຽດນາມມີຄວາມສົງສານຢ່າງເລິກເຊິ່ງແລະແບ່ງເບົາຄວາມເສົ້າສະຫຼົດໃຈກັບບັນດາຄອບຄົວຜູ້ເຄາະຮ້າຍເຖິງວ່າເຂົາເຈົ້າຈະແມ່ນພົນລະເມືອງຂອງປະເທດໃດກໍ່ຕາມ, ສະແດງຄວາມຂອບໃຈຕໍ່ກະຊວງການຕ່າງປະເທດອັງກິດແລະ ເຈົ້າໜ້າທີ່ອັງກິດທີ່ໄດ້ຕັ້ງໜ້າໜູນຊ່ວຍ, ປະກອບເອກະສານທາງນິຕິເວດ, ຊັນນະສູດສົບຂອງຜູ້ຖືກເຄາະຮ້າຍແລະສົມທົບໃຫ້ຂໍ້ມູນຂ່າວສານກັບຫວຽດນາມຢ່າງວ່ອງໄວ. ທ່ານຮອງລັດຖະມົນຕີຫງວຽນກວ໊ກຢຸງກໍ່ໄດ້ສະເໜີໃຫ້ຝ່າຍ ອັງກິດ ໜູນຊ່ວຍຫວຽດນາມໃນການຜັນຂະຫຍາຍວຽກງານປົກປ້ອງພົນລະເມືອງໃນກໍລະນີທີ່ມີການຢັ້ງຢືນວ່າຜູ້ປະສົບເຄາະຮ້າຍແມ່ນຊາວຫວຽດນາມ.

        ທ່ານນາງ Heather Wheeler ກໍ່ໄດ້ຢັ້ງຢືນວ່າ: ຝ່າຍອັງກິດພວມມານະພະຍາຍາມຢ່າງສຸດຂີດເພື່ອຢັ້ງຢືນຊື່ ແລະນາມສະກຸນ,ສັນຊາດຂອງຜູ້ປະສົບເຄາະຮ້າຍ, ພ້ອມແລ້ວທີ່ຈະສົມທົບກັນຢ່າງແໜ້ນແຟ້ນກັບຝ່າຍທີ່ກ່ຽວຂ້ອງເພື່ອໃຫ້ສຳເລັດຂັ້ນຕອນການພິສູດໂດຍໄວ.

 

ຕອບກັບ

ຂ່າວ/ບົດ​ອື່ນ