ການໂອ້ລົມທາງໂທລະສັບລະຫວ່າງນາຍົກລັດຖະມົນຕີຫວຽດນາມແລະມາເລເຊຍ

ການໂອ້ລົມທາງໂທລະສັບລະຫວ່າງນາຍົກລັດຖະມົນຕີຫວຽດນາມແລະມາເລເຊຍ - ảnh 1
(ພາບປະກອບ ຈາກ VGP/Nhật Bắc)

(vovworld) – ກ່ຽວຂ້ອງ​ເຖິງ​ເຫດການ​ເຮືອບິນ ມາ​ເລ​ເຊຍ ​ເລກທີ MH370 ຫາຍ​ສາບ​ສູນ, ຕອນ​ບ່າຍ​ວັນ​ທີ 17/3, ຝ່າຍ ມາ​ເລ​ເຊຍ ​​ເປັນ​ເຈົ້າ​ການສະ​ເໜີ​ການ​ໂອ້​ລົມ​ທາງ​ໂທລະສັບ​ລະຫວ່າງ​ທ່ານ​ນາຍົກລັດຖະມົນຕີ ມາ​ເລ​ເຊຍ Najib Tun Razak ​ແລະ ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູ້ງ. ທ່າ​ນນາຍົກລັດຖະມົນຕີ Najib Tun Razak ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈຢ່າງ​ຈິງ​ໃຈ ​ແລະ ​ຕີ​ລາຄາ​ສູງ​ລັດຖະບານ, ປະຊາຊົນ ຫວຽດນາມ ​ແລະ ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ​ນຢູ້ງ ທີ່​ໄດ້​ຊ່ວຍ​ເຫຼືອ ມາ​ເລ​ເຊຍ ​ໃນ​ການ​ຊອກ​ຫາ​ເຮືອບິນ​ຫາຍ​ສາບ​ສູນ​ຢ່າງຕັ້ງໜ້າ ​ແລະ ​ທັນ​ການ ​ແລະ ຢືນຢັນ​ວ່າການ​ຊ່ວຍ​ເຫຼືອ​ຂອງ ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ​ແມ່ນ​ລ້ຳ​ຄ່າ ​ແລະ ມີ​ປະ​ໂຫຍ​ດ, ສະ​ແດງ​​ໃຫ້​ເຫັນສາຍ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ 2 ປະ​ເທດ. ສ່ວນທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ຢືນຢັນວ່າ ຫວຽດນາມ ຈະ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ ມາ​ເລ​ເຊຍ ​ແລະ ບັນດາ​ຝ່າຍ​ກ່ຽວຂ້ອງ, ກຽມພ້ອມ​ປະກອບສ່ວນ​ເຂົ້າ​ໃນ​ການ​ຊອກ​ຫາ​​ເຮືອບິນ​ຫາຍ​ສາບ​ສູນ​ໃນ​ຄວາມ​ສາມາດ​ຂອງ​ຕົນ, ນັບ​ທັງ​ເລື່ອງ​ສະໜອງ​ບັນດາ​ຂໍ້​ມູນ​ຂ່າວທີ່​ກ່ຽວຂ້ອງ.

ຂ່າວ/ບົດ​ອື່ນ