ການ​ໂອ້​ລົມ​ສົນ​ທະ​ນາ Shangri La 2024 ປຶກ​ສາ​ຫາ​ລືຫຼາຍ​ບັນ​ຫາ​ຮ້ອນ​ເ​ຮັ່ງ​ຂອງ​ພາກ​ພື້ນ ແລະ ໂລກ

(VOVWORLD) - ວັນທີ 31 ພຶດສະພາ, ມີຜູ້ແທນກ່ວາ 550 ທ່ານເຊິ່ງແມ່ນລັດຖະມົນຕີ, ເຈົ້າໜ້າທີ່ຂັ້ນສູງ ດ້ານປ້ອງກັນຊາດ ແລະ ນັກຮຽນຮູ້ທີ່ມາຈາກກ່ວາ 40 ປະເທດ ໄດ້ມີໜ້າຢູ່ ສິງກະໂປ ເພື່ອເຂົ້າຮ່ວມການໂອ້ລົມສົນທະນາ Shangri La 2024.
ການ​ໂອ້​ລົມ​ສົນ​ທະ​ນາ Shangri La 2024 ປຶກ​ສາ​ຫາ​ລືຫຼາຍ​ບັນ​ຫາ​ຮ້ອນ​ເ​ຮັ່ງ​ຂອງ​ພາກ​ພື້ນ ແລະ ໂລກ - ảnh 1ພາບປະກອບ: REUTERS

ຄາດວ່າ, ການໂອ້ລົມສົນທະນາ Shangri La ປີ 2024 ຈະມີ 7 ວາລະປະຊຸມຄົບຄະນະ, ສຸມໃສ່ ປຶກສາຫາລືບັນດາເນື້ອໃນ, ນັບແຕ່ບົດບາດຂອງອາເມລິກາ ຢູ່ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ, ວິທີການສຳຜັດຂອງຈີນ ຕໍ່ບັນຫາຄວາມໝັ້ນຄົງທົ່ວໂລກ, ບັນດານະໂຍບາຍຄຸ້ມຄອງວິກິດການ, ຄວາມສ່ຽງໃນໄລຍະແກ້ງແຍ້ງ, ການປະຕິບັດກົດໝາຍສາກົນ, ຄວາມເສລີໃນການເດີນເຮືອ, ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບລະຫວ່າງບັນດາປະເທດນ້ອຍ, ໂອກາດທາງການທູດໃຫ້ແກ່ບັນຫາມຽນມາ…

ຕອບກັບ

ຂ່າວ/ບົດ​ອື່ນ