ການໂອ້ລົມສົນທະນາ ກັບວິສາຫະກິດກ່ຽວກັບ ລະບຽບການບໍລິຫານ, ນະໂຍບາຍພາສີອາກອນ

ການໂອ້ລົມສົນທະນາ ກັບວິສາຫະກິດກ່ຽວກັບ ລະບຽບການບໍລິຫານ, ນະໂຍບາຍພາສີອາກອນ - ảnh 1

(ພາບປະກອບ: dddn.com.vn)

   (vovworld)-​​​​  ຕອນ​ເຊົ້າວັນ​ທີ 5/11, ຢູ່​ນະຄອນ​ໂຮ່ຈິ​ມິນ, ກະຊວງ​ການ​ເງິນ ສົມທົບ​ກັບ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ (VCCI) ​ໄດ້​ຈັດ​ກອງ​ປະຊຸມ​ໂອ້​ລົມ​ສົນທະນາ​ກັບ​ວິ​ສາ​ຫະກິດ​ປີ 2013 ກ່ຽວ​ກັບລະບຽບ​ການ​ບໍລິຫານ, ນະ​ໂຍບາຍ​ພາ​ສີອາກອນ. ນະກອງ​ປະຊຸມ, ທ່ານຟ້າ​ມຢາ​ຕຸກ, ຮອງ​ປະທານ VCCI ​ໃຫ້​ຮູ້​ວ່າ:

  “ທີ່​ກອງ​ປະຊຸມ, ການ​ນຳ​ກະຊວງ​ການ​ເງິນ, ກົມ​ໃຫ່ຍພາສີ​ຫວຽດນາມ ​ໄດ້​ແກ້​ໄຂບັນດາ​ຄວາມ​ຫຍຸ້ງຍາກ​ຂອງ​ວິ​ສາ​ຫະກິດ​ກ່ຽວ​ກັບ​ດ້ານ​ລະບຽບ​ການ ຫຼື​ຄວາມ​ເຂົ້າ​ໃຈ​ຕ່າງ​ກັນ​ລະຫວ່າງ​ກົມ​ສ່ວຍ​ສາ​ອາກອນ, ກົມ​ພາສີ ຢ່າງ​ທັນ​ການ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ການ​ແກ້​ໄຂ​ກໍ່ປະຕິບັດຕາມ​ຂົງ​ເຂດ​ຄຸ້ມ​ຄອງ​ຂອງ​ກະຊວງ​ການ​ເງິນ ຫລື​ກົມ​ ໃຫ່ຍພາສີຈະ​ຖືກ​ແກ້​ໄຂ​ໂດຍ​ໄວ, ບັນດາ​ບັນຫາ​ຂຶ້ນ​ກັບ​ສິດ​ອຳນາດ​ຂອງ​ລັດຖະບານ, ສະພາ​ແຫ່ງ​ຊາດ ຕ້ອງ​ມີ​ຂັ້ນຕອນ, ນັບ​ທັງ​ຂັ້ນຕອນ​ໃຫ້​ຄຳໝັ້ນສັນຍາ​​ໃນ​ການເຊື່ອມ​ໂຍງ​​ເຂົ້າກັບ​ສາກົນຂອງ​ອົງການ​ການ​ຄ້າ​ໂລກ

 

ຂ່າວ/ບົດ​ອື່ນ