ການໂອ້ລົມສົນທະນາ “ມຸ່ງໄປສູ່ຄວາມສະເໝີພາບໃນທຸກເກນອາຍຸ”

(VOVWORLD) -   ວັນທີ 30 ກັນຍາ, ຢູ່ຮ່່າໂນ້ຍ, ກອງທຶນປະຊາກອນແຫ່ງ ສປຊ ປະຈໍາ ຫວຽດນາມ (UNFPA) ໄດ້ສົມທົບກັບສູນກາງສະມາຄົມຜູ້ອາຍຸສູງຫວຽດນາມ, ກົມໃຫຍ່ປະຊາກອນ, ວາງແຜນຄອບຄົວ ສັງກັດກະຊວງສາທາລະນະສຸກ, ອົງການ HelpAge Internationnal ຈັດຕັ້ງ ການໂອ້ລົມສົນທະນາດ້ວຍຫົວຂໍ້ “ມຸ່ງໄປສູ່ຄວາມສະເໝີພາບໃນທຸກເກນອາຍຸ”.
ການໂອ້ລົມສົນທະນາ “ມຸ່ງໄປສູ່ຄວາມສະເໝີພາບໃນທຸກເກນອາຍຸ” - ảnh 1ແຂກຢ້ຽມຊົມງານວາງສະແດງພາບຖ່າຍຜູ້ອາຍຸສູງ (ພາບ:  TTXVN)

ເຫດການດັ່ງກ່າວຖືກຈັດຂຶ້ນ ເພື່ອແນໃສ່ຮຽກຮ້ອງສັງຄົມມີການຮັບຮູ້ຢ່າງຕັ້ງໜ້າກວ່າກ່ຽວກັບຜູ້ອາຍຸສູງ, ຫັນສິ່ງທ້າທາຍຂອງບັນຫາອັດຕາຜູ້ສູງອາຍຸເພີ່ມຂຶ້ນ ກາຍເປັນກາລະໂອກາດ ແລະ ເພີ່ມທະວີຄວາມຮູ້ກ່ຽວກັບກໍາລັງແຮງຂອງສັງຄົມໜຶ່ງທີ່ພວມປະເຊີນໜ້າກັບບັນຫາດັ່ງກ່າວ.

        ທ່ານນາງ Naomi Kitahara, ຫົວໜ້າຜູ້ຕາງໜ້າ UNFPA ປະຈໍາ ຫວຽດນາມ ແບ່ງປັນວ່າ ບັນຫາອັດຕາຜູ້ອາຍຸສູງເພີ່ມຂຶ້ນ ແມ່ນຫົວຂໍ້ໜຶ່ງທີ່ຂາດບໍ່ໄດ້ໃນໂຄງການດໍາເນີນງານພັດທະນາແບບຍືນຍົງ ຮອດປີ 2030. ຫວຽດນາມ ຕ້ອງຄິດໄລ່ເຖິງຮູບແບບໃໝ່ ເພື່ຶອໃຫ້ເໝາະສົມກັບບັນຫາອັດຕາຜູ້ອາຍຸສູງເພີ່ມຂຶ້ນ ແລະ ການເຕີບໂຕຂອງເສດຖະກິດ, ສັງຄົມ, ພ້ອມທັງຮັບປະກັນໃຫ້ຜູ້ອາຍຸສູງໄດ້ເຊື່ອມຕົວເຂົ້າກັບສັງຄົມ.


ຕອບກັບ

ຂ່າວ/ບົດ​ອື່ນ