ການ​ໂອ້​ລົມ​ສົນ​ທະ​ນາ ອາ​ຊຽນ - ນິວ​ຊີ​ແລນ: ເພີ່ມ​ທະ​ວີ​ການ​ສົມ​ທົບ​ກັນ​ຮັກ​ສາ, ຮັບ​ປະ​ກັນ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ, ສະ​ຖຽນ​ລະ​ພາບ ຢູ່​ພາກ​ພື້ນ

(VOVWORLD) -ວັນທີ 7 ເມສາ, ທ່ານເອກອັກຄະລັດຖະທູດ ຫວູໂຮ່, ຮັກສາການຫົວໜ້າເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ ຫວຽດນາມ ພ້ອມກັບ ຫົວໜ້າ SOM ບັນດາປະເທດສະມາຊິກ ອາຊຽນ ແລະ ນິວຊີແລນ ເຂົ້າຮ່ວມການໂອ້ລົມສົນທະນາ ລະຫວ່າງ ອາຊຽນ - ນິວຊີແລນ ຄັ້ງທີ 29 ເຊິ່ງຈັດຂຶ້ນແບບທາງໄກ.
ການ​ໂອ້​ລົມ​ສົນ​ທະ​ນາ ອາ​ຊຽນ - ນິວ​ຊີ​ແລນ: ເພີ່ມ​ທະ​ວີ​ການ​ສົມ​ທົບ​ກັນ​ຮັກ​ສາ, ຮັບ​ປະ​ກັນ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ, ສະ​ຖຽນ​ລະ​ພາບ ຢູ່​ພາກ​ພື້ນ - ảnh 1ທ່ານເອກອັກຄະລັດຖະທູດ ຫວູໂຮ່, ຮັກສາການຫົວໜ້າເຈົ້າໜ້າທີ່ອາວຸໂສ (SOM) ອາຊຽນ ຫວຽດນາມ (ພາບ: baoquocte.vn)

ກ່າວຄຳເຫັນຕາງໜ້າໃຫ້ບັນດາປະເທດ ອາຊຽນ ກ່ຽວກັບຫົວຂໍ້ຄູ່ຮ່ວມມືເພື່ອປະຊາຊົນ, ທ່ານເອກອັກຄະລັດຖະທູດ ຫວູໂຮ່ ເນັ້ນໜັກວ່າ ປະຊາຊົນແມ່ນໃຈກາງ, ແມ່ນເຈົ້າກຳໃນຄວາມມານະພະຍາຍາມຮັບມືກັບໂລກລະບາດ ແລະ ຊຸກຍູ້ການຟື້ນຟູ ມຸ່ງໄປເຖິງການພັດທະນາແບບຍືນຍົງ, ໂດຍສະເພາະແມ່ນໃນສະພາບທີ່ຫຍຸ້ງຍາກຄືໃນປັດຈຸບັນ.

        ທ່ານເອກອັກຄະລັດຖະທູດ ຫວູໂຮ່ ສະເໜີໃຫ້ ສອງຝ່າຍສືບຕໍ່ໃຫ້ບຸລິມະສິດສູງໃນການສົມທົບກັນຮັບມືກັບໂລກລະບາດໂຄວິດ - 19, ຮັບປະກັນການສຳຜັດ ແລະ ສະໜອງວັກຊິນ, ຢາປິ່ນປົວຢ່າງຄົບຖ້ວນ ແລະ ສະເໝີກັນ, ເປັນເຈົ້າການຮັບມືກັບການແຜ່ລາມຂອງໂລກລະບາດໃນອະນາຄົດ; ສືບຕໍ່ຍູ້ແຮງການຮ່ວມມືໃນຂົງເຂດສຶກສາ - ເຊິ່ງເປັນຂົງເຂດຮ່ວມມືຈຸດສຸມລະຫວ່າງ ອາຊຽນ ແລະ ນິວຊີແລນ; ພ້ອມທັງປາດຖະໜາຢາກໃຫ້ ສອງຝ່າຍສືບຕໍ່ຮັກສາ ແລະ ຊຸກຍູ້ການເຄື່ອນໄຫວຮ່ວມມືທີ່ພວມມີຢູ່, ໃນນັ້ນ ຢາກໃຫ້ ນິວຊີແລນ ໃຫ້ບຸລິມະສິດໜູນຊ່ວຍ ອາຊຽນ ພັດທະນາແຫຼ່ງຊັບພະຍາກອນທີ່ມີຄຸນນະພາບສູງ. ທ່ານເອກອັກຄະລັດຖະທູດ ຫວູໂຮ່ ຢັ້ງຢືນວ່າ, ຫວຽດນາມ ພ້ອມແລ້ວທີ່ຈະສົມທົບກັບ ນິວຊີແລນ ແລະ ບັນດາປະເທດ ອາຊຽນ ຍົກສູງກຳລັງຄວາມສາມາດສ້າງລະບົບການສຶກສາໃນພາກພື້ນໃຫ້ເຂັ້ມແຂງດ້ວຍຕົນເອງ, ເປັນເຈົ້າການຮັບມືກັບສິ່ງທ້າທາຍນາໆປະການໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ