ການໂອ້ລົມສົນທະນາ ໂດຍກົງກ່ຽວກັບ 40 ປີແຫ່ງໄຊຊະນະ ດ້ຽນບຽນຝູທາງອາກາດ

ການໂອ້ລົມສົນທະນາ ໂດຍກົງກ່ຽວກັບ 40 ປີແຫ່ງໄຊຊະນະ ດ້ຽນບຽນຝູທາງອາກາດ - ảnh 1

(ພາບ:ktdt.com.vn)

(vovworld) - ​ກອງທັບ​ຫວຽດນາມ ​ເປັນ​ເຈົ້າການ, ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ການ​ຕ້ານເຮືອບິນ B52 ​ແມ່ນ​ເນື້ອ​ໃນ​ພົ້ນເດັ່ນທີ່ການ​ໂອ້​ລົມ​ສົນທະນາ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍອິນ​ເຕີ​ແນັດ​ກ່ຽວ​ກັບ 40 ປີ​ແຫ່ງ​ໄຊຊະນະ​ດ້ຽນບຽນ​ຝູທາງ​ອາກາດ ​ໂດຍ​ປະຕູ​ຖານ​ຂໍ້ມູນ​ລັດຖະບານ​ຈັດ​ຂຶ້ນ​ໃນ​ວັນ​ທີ 10/12 ຢູ່​ຮ່າ​ໂນ້ຍ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ບັນດາ​ຜູ້​ເຄີຍ​ທຳ​ການ​ຕໍ່ສູ້​ຍິງເຮືອບິນ B52 ຕົກ​ໃນ​ເວລາ​ນັ້ນ.

   ຕາມ​ທ່ານ​ພົນ​ຕີ​ຫງວຽນ​ຊວນ​ເມົ້າ (Nguyễn Xuân Mậu) ອະດີດ​ຮອງ​ກຳມະການ​ການ​ເມືອງ​ເຫຼົ່າ​ທັບ​ປ້ອງ​ກັນ​ອາກາດ​ຫວຍ​ດນາມແລ້ວ, ທະຫານ​ຫວຽ​ດນາມ ມີ​ຄວາມ​ເປັນ​ເຈົ້າການ​ໃນ​ການ​ຕໍ່ສູ້​ຕ້ານເຮືອບິນ B52 ​ໃນ​ເຂດ​ນ່ານຟ້າ​ຮ່າ​ໂນ້ຍ ​ເມື່ອ​ທ້າຍ​ປີ 1972. ​ບໍ່​ພຽງ​ແຕ່​​ໄດ້​ເປັນ​ເຈົ້າການ​ໃນ​ວິທີ​ຕໍ່ສູ້ເທົ່າ​ນັ້ນ, ​ໃນ​ຈຸດ​ເວລາ​ນັ້ນ, ທະຫານ​ຫວຽດນາມ ​ຍັງ​ເປັນ​ເຈົ້າການ​ໃນ​ການ​ປະຕິ​ຮູບ​ອາວຸດອີກ​ດ້ວຍ. ທ່ານ​ພົນ​ຕີ​ຫງວຽນ​ວັນ​ຟຽດ (Nguyễn Văn Phiệt), ອະດີດ​ຫົວໜ້າ​ກອງພັນ​ລູກ​ສອນ​ໄຟ 57 ສັງກັດ​ກອງ​ພົນ​ປ້ອງ​ກັນ​ອາກາດ​ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ:

   “ພວກ​ຂ້າພະ​ເຈົ້າ​ໄດ້​ພົບ​ເຫັນ​ບັນດາ​ສັນຍານ​ສັບສົນ​ຄື: ຂອງ​ເຮືອບິນ EB66, ຂອງ​ບັນດາ​ເຮືອບິນ F ​ແລະ ຂອງ​ເຮືອບິນ B52, ​ໃນ​ນັ້ນຕ້ອງ​ຈຳ​ແນ​ກ​ໄດ້​ອັນ​ໃດ​ແມ່ນ​ຂອງເຮືອບິນ B52. ນີ້​ແມ່ນ​ສິ່ງ​ສຳຄັນ​ທີ່​ສຸດ ​ແລະ ສິ່ງ​ສຳຄັນ​ກ່ວານັ້ນ​ແມ່ນ​ຕ້ອງ​ເລືອກ​ເອົາ​ເຮືອບິນ B52 ລຳ​ໜຶ່ງ​ໃນ​ຈຳນວນ​ຂະ​ບວນເຮືອບິນ B52 ​ໄດ້ເພື່ອ​ດັບ​ສູນ. ນີ້​ແມ່ນ​ສິລະ​ປະ​ໃນ​ການ​ສູ້​ຮົບ​ຂອງ​ທະຫານ​ປ້ອງ​ກັນ​ອາກາດ“

 

 

ຂ່າວ/ບົດ​ອື່ນ