ການໂອ້ລົມສົນທະນາກ່ຽວກັບ ປີ ປະທານ ອາຊຽນ 2020 ຂອງຫວຽດນາມ

(VOVWORLD) -   ວັນທີ 26 ສິງຫາ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດຫວຽດນາມ ໄດ້ເປັນປະທານຈັດຕັ້ງການໂອ້ລົມສົນທະນາກ່ຽວກັບປີ ປະທານ ອາຊຽນ 2020 ຂອງຫວຽດນາມ. 
ການໂອ້ລົມສົນທະນາກ່ຽວກັບ ປີ ປະທານ ອາຊຽນ 2020 ຂອງຫວຽດນາມ - ảnh 1ການໂອ້ລົມສົນທະນາກ່ຽວກັບ ປີ ປະທານ ອາຊຽນ 2020 ຂອງຫວຽດນາມ 

ນະທີນີ້, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບ 3 ຫົວຂໍ້ຕົ້ນຕໍ່ ເຊິ່ງລວມມີ: ບັນດາບັນຫາທີ່ໄດ້ວາງອອກສໍາລັບຫວຽດນາມ ແລະ ອາຊຽນ ໃນປີ 2020, ບັນດາການກໍານົດທິດໃຫຍ່ ເຊິ່ງຫວຽດນາມສາມາດຊຸກຍູ້ໃນປີ 2020 ແລະ ຄວາມສາມາດໃຫ້ການໜູນຊ່ວຍ ແລະ ການສົມທົບຂອງ ຄະນະເລຂາທິການ ອາຊຽນ ໃຫ້ແກ່ຫວຽດນາມ. ກ່າວຄໍາເຫັນທີ່ການໂອ້ລົມສົນທະນາ ທ່ານ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນກວັກຢຸງ ໃຫ້ຮູ້ວ່າ:

        “ບັນດາສິ່ງ ເຊິ່ງຫວຽດນາມ ມຸ່ງໄປເຖິງໃນປີ 2020 ດ້ວຍຖານະເປັນປະທານ ອາຊຽນ ແມ່ນ ກໍ່ສ້າງບົນພື້ນຖານຂອງບັນດາຜົນງານທີ່ບັນລຸໄດ້ໃນປັດຈຸບັນຂອງ ອາຊຽນ, ປະກອບສ່ວນຊຸກຍູ້ປະຕິບັດສໍາເລັດ ວິໄສທັດ ອາຊຽນ ຮອດປີ 2025, ປັບປຸງຄວາມເປັນເອກະພາບ ແລະ ຄວາມສະໜິດຕິດພັນຂອງ ອາຊຽນ ໃຫ້ດີກວ່າອີກ, ຮັກສາບົດບາດເປັນໃຈກາງຂອງ ອາຊຽນ ໃນໂຄງປະກອບຂອງພາກພື້ນ, ປັບປຸງບັນດາກົນໄກ ໂດຍ ອາຊຽນ ນໍາພາ, ໃນນັ້ນ ສືບຕໍ່ປົວແປງປະສິດທິພາບ ແລະ ປະສິດທິຜົນຂອງລະບົບ ອາຊຽນ”.

        ທ່ານເລຂາທິການ ອາຊຽນ Lim Jock Hoi ຢັ້ງຢືນວ່າ ຄະນະເລຂາທິການ ອາຊຽນ ຈະສົມທົບກັບ ຫວຽດນາມ ຢ່າງແໜ້ນແຟ້ນໃນປີເປັນປະທານ ອາຊຽນ ເພື່ອປະຕິບັດບັນດາເປົ້າໝາຍທີ່ໄດ້ວາງອອກໃຫ້ເປັນຢ່າງດີ. 

ຕອບກັບ

ຂ່າວ/ບົດ​ອື່ນ