ການໂອ້ລົມສົນທະນາກ່ຽວກັບການທ່ອງທ່ຽວຢູ່ແຂວງ ບາກລຽວ ບົນເສັ້ນທາງ ເຊື່ອມໂຍງ ແລະ ພັດທະນາ

ການໂອ້ລົມສົນທະນາກ່ຽວກັບການທ່ອງທ່ຽວຢູ່ແຂວງ ບາກລຽວ ບົນເສັ້ນທາງ ເຊື່ອມໂຍງ ແລະ ພັດທະນາ - ảnh 1
ທ່ານນາງ ເລທິອ້າຍນາມ ຮອງປະທານຄະນະ ກຳມະການ ປະຊາຊົນ​ແຂວງ ບາກ​ລຽວ ​

(vovworld)- ຕອນເຊົ້າວັນທີ 16/3, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຈັດການ​ໂອ້​ລົມ​ສົນທະນາ ໂດຍຖ່າຍທອດສົດດ້ວຍຫົວຂໍ້ “ການທ່ອງທ່ຽວຢູ່ ແຂວງ ບາກລຽວ ບົນເສັ້ນທາງ ເຊື່ອມໂຍງ ແລະ ພັດທະນາ ” . ທີ່ການ​ໂອ້​ລົມ​ສົນທະນາ, ທ່ານນາງ ເລທິອ້າຍນາມ ຮອງປະທານຄະນະ ກຳມະການ ປະຊາຊົນ​ແຂວງ ບາກ​ລຽວ ​ໃຫ້​ຮູ້​ວ່າ : (​ເທບ)

    “ ພວກ​ຂ້າພະ​ເຈົ້າ​ຈະ​ເລັ່ງ​ໃສ່​ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ​ຂອງ​ແຂວງ ກໍ​ຄື​ວາງ​ນະ​ໂຍບາຍ​ບຸລິມະສິດ​ເພື່ອ​ດຶງ​ດູດ​ນັກ​ລົງທຶນ​ເຂົ້າ​ມາ​ລົງທຶນ​ໃນ​ບັນດາ​ໂຄງການ​ທ່ອງ​ທ່ຽວຊຶ່ງ ປະຈຸ​ບັນພວກ​ຂ້າພະ​ເຈົ້າ​ພວກ​ຮຽກຮ້ອງ​ການ​ລົງທຶນ. ພວກ​ຂ້າພະ​ເຈົ້າ​​ຈະ​ສຸມ​ໃສ່​ລົງທຶນ​ກໍ່ສ້າງ​ຫຼາຍ​ເຂດ​, ສະຖານ​ທີ່ທ່ອງທ່ຽວທີ່​ດີ, ສູ້​ຊົນ​ໃຫ້​ແຂວງ ບາກ​ລຽວກາຍ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ດູດ​ດື່ມ​ສຳລັບ​ນັກ​ທ່ອງ​ທ່ຽວ, ພິ​ເສດ​ເພື່ອ​ພັດທະນາ​ການທ່ອງທ່ຽວແບບຍື່ນຍົງ ນັ້ນ, ພວກ​ຂ້າພະ​ເຈົ້າຈະ​ສຸມ​ໃສ່​ຮ່ວມ​ສຳພັນ​ກັບ​ແຂວງ, ນະຄອນ​ຕ່າງໆ​ເພື່ອ​ເຊື່ອມ​ຕໍ່​ບັນດາ​ສາຍ​ທ່ອງ​ທ່ຽວ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ທ່ອງ​ທ່ຽວ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ ”

ຂ່າວ/ບົດ​ອື່ນ