ການໂອ້ລົມສົນທະນາກ່ຽວກັບການພົວພັນ ຫວຽດນາມ - ອາເມລິກາ

(VOVWORLD) - ທີ່ການໂອ້ລົມສົນທະນາ, ເອກອັກຄະລັດຖະທູດ 2 ທ່ານ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ໜ້າບາດກ້າວອັນໃຫຍ່ຫຼວງໃນການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ໃນໄລຍະຜ່ານມາ
ການໂອ້ລົມສົນທະນາກ່ຽວກັບການພົວພັນ ຫວຽດນາມ - ອາເມລິກາ - ảnh 1 ການໂອ້ລົມສົນທະນາກ່ຽວກັບການພົວພັນ ຫວຽດນາມ - ອາເມລິກາ

ສູນຄົ້ນຄ້ວາຍຸດທະສາດສາກົນ (CSIS) ຢູ່ນະຄອນຫຼວງ ວໍຊິງຕັນ ຫາກໍ່ຈັດຕັ້ງການໂອ້ລົມສະນະນາກ່ຽວກັບການພົວພັນ ຫວຽດນາມ - ອາເມລິກາ ດ້ວຍການເຂົ້າຮ່ວມຂອງທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຟ້າມກວາງວີງ ແລະ ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Daniel Kritenbrink. ເຂົ້າຮ່ວມການໂອ້ລົມສົນທະນາຍັງມີບັນດານັກຊ່ຽວຊານ, ນັກຮຽນຮູ້ ແລະ ນັກຂ່າວຢູ່ນະຄອນຫຼວງ ວໍຊິງຕັນ.

        , ເຊິ່ງສະແດງອອກຜ່ານການຢ້ຽມຢາມບັນລຸຜົນສຳເລັດໃນປີ 2017 ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຖິງ ອາເມລິກາ (ເດືອນ ພຶດສະພາ 2017) ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ມາ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ APEC ແລະ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ (ເດືອນພະຈິກ 2017).

        ທ່ານເອກອັກຄະລັດຖະທູດ ຟ້າມກວາງວີງ ແລະ ທ່ານເອກອັກຄະລັດຖະທູດ Daniel Kritenbrink ຢັ້ງຢືນອວ່າຈະຕັ້ງໜ້າຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃຫ້ພັດທະນາກ່ວາອີກ, ພິເສດແມ່ນໃນບັນດາຂົງເຂດບຸລິມະສິດທີ່ໄດ້ຍົກອອກມາໃນຖະແຫຼງການຮ່ວມ ຫວຽດນາມ - ອາເມລິກາ ເນື່ອງໃນໂອກາດການຢ້ຽມຢາມຂັ້ນສູງໃນປີ 2017. ທ່ານເອກອັກຄະລັດຖະທູດ ຟ້າມກວາງວີງ ແລະ ທ່ານເອກອັກຄະລັດຖະທູດ Daniel Kritenbrink ກໍ່ໄດ້ຕອບຫຼາຍຄຳຖາມຂອງຜູ້ຊົມກ່ຽວກັບຍຸດທະສາດຂອງ ອາເມລິກາ ສຳລັບພາກພືນ ອາຊີ - ປາຊີຟິກ, ການຮ່ວມມືດ້ານເສດຖະກິດ - ການຄ້າລະຫວ່າງ  2 ປະເທດ ແລະ ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ, ໃນນັ້ນມີບັນຫາທະເລຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ