ການໂອ້ລົມສົນທະນາກ່ຽວກັບທະເລຕາເວັນອອກຖືກດຳເນີນຢູ່ມາເລເຊຍ

(VOVWORLD) -ທ່ານສາດສະດາຈານ Carly Thaye, ວິທະຍາຄານປ້ອງກັນຊາດອົດສະຕາລີ, ຕີລາຄາສູງບັນດາຝ່າຍໄດ້ສ້າງຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC)

ການໂອ້ລົມສົນທະນາກ່ຽວກັບທະເລຕາເວັນອອກຖືກດຳເນີນຢູ່ມາເລເຊຍ - ảnh 1  ທ່ານສາດສະດາຈານ Carly Thaye, ວິທະຍາຄານປ້ອງກັນຊາດອົດສະຕາລີ

(ພາບ: TTXVN)

ວັນທີ 13 ມັງກອນ, ຢູ່ ກົວລາລຳເປີ, ປະເທດມາເລເຊຍ, ອົງການ World Future TV ໄດ້ດຳເນີນການໂອ້ລົມສົນທະນາດ້ວຍຫົວຂໍ້ວ່າ “ທະເລຕາເວັນອອກ: ກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ແມ່ນເຄື່ອງມືເພື່ອແກ້ໄຂການປະທະກັນ”. ຕາມຄະນະຈັດຕັ້ງແລ້ວ, ຄຳຕັດສິນຂອງສານອະນຸຍາໂຕຕຸລາການ (PCA) ໃນເຫດຮ້ອງຟ້ອງຂອງຟີລິບປິນ ຊ່ວຍເຮັດແຈ້ງພື້ນຖານນິຕິກຳໃຫ້ແກ່ການແກ້ໄຂການຂັດແຍ້ງອະທິປະໄຕຢູ່ທະເລຕາເວັນອອກ, ຊ່ວຍໃຫ້ບັນດາປະເທດອາຊຽນ ມີກຳລັງໜູນໃນການຕໍ່ສູ້ປົກປັກຮັກສາອະທິປະໄຕຂອງຕົນ.

          ທ່ານສາດສະດາຈານ Carly Thaye, ວິທະຍາຄານປ້ອງກັນຊາດອົດສະຕາລີ, ຕີລາຄາສູງບັນດາຝ່າຍໄດ້ສ້າງຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ພ້ອມກັນນັ້ນຄັດຄ້ານບັນດາການກະທຳຂອງຈີນ ເຊິ່ງເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ຄວາມເຄັ່ງຕຶງຖືກປິນຂັ້ນໄດ ແລະ ບັນດາການເຄື່ອນໄຫວຖົມດິນເປັນເກາະ, ປ່ຽນແປງສະພາບເດີມຢູ່ທະເລຕາເວັນອອກ. ດ້ວຍເນື້ອໃນຄຳຕັດສິນຂອງສານ PCA, ຄຳຖະແຫຼງຮຽກສິດອະທິປະໄຕກ່ຽວກັບ “ເສັ້ນທາງ 9 ຕອນ” ຂອງຈີນ ແມ່ນບໍ່ມີພື້ນຖານດ້ານປະຫວັດສາດ ແລະ ນິຕິກຳ. ທ່ານໃຫ້ຂໍ້ສັງເກດວ່າ, ອາຊຽນ ຈະແມ່ນກຳລັງໜູນຊຸກຍູ້ວິວັດການເຈລະຈາ COC, ໃນນັ້ນອາຊຽນ ຄວນເພີ່ມທະວີຄວາມສາມັກຄີພາຍໃນກຸ່ມ. ພ້ອມກັນນັ້ນ, ຈີນ ແລະ ອາຊຽນ ຄວນເພີ່ມທະວີບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ, ຊຸກຍູ້ບັນດາມາດຕະການທາງການທູດ ແລະ ສ້າງກົນໄກແກ້ໄຂການປະທະກັນບົນພື້ນຖານກົດໝາຍສາກົນ ກໍຄືຄວນອົດກັ້ນ, ບໍ່ມີການກະທຳເຮັດໃຫ້ສະພາບການຢູ່ທະເລຕາເວັນອອກ ສັບສົນຂຶ້ນຕື່ມ.

          ມີຜູ້ແທນຫຼາຍທ່ານກໍ່ຖືວ່າ, ເພື່ອບັນລຸໄດ້ COC ນັ້ນ, ຄວາມເຫັນດີເຫັນພ້ອມ, ຄວາມສາມັກຄີພາຍໃນກຸ່ມອາຊຽນ ຄວນໄດ້ຮັບການເພີ່ມທະວີ ແລະ ຕີລາຄາສູງບົດບາດ ແລະ ອິດທິພົນຊື່ສຽງຂອງຫວຽດນາມ, ເຊິ່ງເປັນປະເທດພວມຮັບດຳລົງຕຳແໜ່ງປະທານອາຊຽນ 2020.

ຕອບກັບ

ຂ່າວ/ບົດ​ອື່ນ