ການໂອ້ລົມສົນທະນາກ່ຽວກັບນະໂຍບາຍການຕ່າງປະເທດແລະວິວັດທະນາການເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ

ການໂອ້ລົມສົນທະນາກ່ຽວກັບນະໂຍບາຍການຕ່າງປະເທດແລະວິວັດທະນາການເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ - ảnh 1
ທ່ານນາງ ​ເລ​ລີງ​ລານ, ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ​ເມັກຊີ​ໂກ
(ພາບ: Việt Hòa-Việt Hùng/Vietnam+)

(vovworld) –  ການ​ໂອ້​ລົມ​ສົນທະນາ​ກ່ຽວ​ກັບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ​ແລະ​ ວິວັດທະນາ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ​ ຫວຽດນາມ - ​ໂດຍ​ສະ​ຖານ​ທູ​ດ ຫວຽດນາມ ປະຈຳ ​​ເມກ​ຊີ​ໂກ ຈັດ​ຕັ້ງ​ຢູ່​ນະຄອນຫຼວງ ​ເມັກ​ຊີ​ໂກ ກີ​ຕີ, ​ໃນ​ວັນ​ທີ 30/3, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຄູ່ອາຈານ, ນັກ​ສຶກສາ​ພະ​ແນ​ກ​ເສດຖະກິດ, ສູນ​ຄົ້ນ​ຄ້ວາ ​ເມກ​ຊີ​ໂກ - ອາຊີ ​ແລະ ສູນ ​ເມັກ​ຊີ​ໂກ - ຈີນ. ນະ​ທີ່​ນີ້, ທ່ານນາງ ​ເລ​ລີງ​ລານ, ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ​ເມັກຊີ​ໂກ ​ໄດ້​ທົບ​ທວນຄືນ​ຂີດ​ໝາຍ​ຕົ້ນຕໍ​ໃນ​ວິວັດທະນາ​ການ ຫວຽດນາມ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ ​ແລະ ສາກົນ, ພິ​ເສດ​ແມ່ນ​ທີ່​ຕັ້ງ ​ແລະ ການ​ເຂົ້າ​ຮ່ວມຢ່າງ​ຕັ້ງ​ໜ້າ​ຂອງ ຫວຽດນາມ ​ເຂົ້າ​ສະຫະສະມາ​ຄົມ​ປະຊາ​ຊາດອາຊີ ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ), ​ເນັ້ນ​ໜັກ​​ເຖິງບັນດາ​ຜົນງານ​ໃນ​ວຽກ​ງານ​ການ​ຕ່າງປະ​ເທດ ​ແລະ ຜົນງານ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ ອັນ​ໃຫຍ່​ຫຼວງ​ຂອງ ຫວຽດນາມ ​ໃນ​ຊຸມ​ປີ​ຜ່ານ​ມາ. ​ທ່ານນາງ​ເອກ​ອັກຄະ​ລັດຖະທູດ ​ເລ​ລີງ​ລານ ຢັ້ງຢືນ​​ແນວທາງ​ການ​ຕ່າງປະ​ເທດ​ເອກະລາດ, ​ເປັນ​ເຈົ້າຕົນ​ເອງ, ສັນຕິພາບ, ຮ່ວມ​ມື ​ແລະ ພັດທະນາ, ນະ​ໂຍບາຍ​ການ​ຕ່າງປະ​ເທດ​ເປີດ​ກ້ວາງ, ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ ​ແລະ ມີ​ຫຼາຍ​ຝ່າຍ ​ແລະ​ ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ຖືກ​ຕ້ອງ​ຂອງ ຫວຽດນາມ. ຫວຽດນາມ ກໍ່​ເປັນ​ເຈົ້າ​ການ​ເລືອກ​​ເຟັ້ນ​ການ​ເຂົ້າ​ຮ່ວມ​ບັນດາ​ກົນ​ໄກ, ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ທົ່ວ​​ໂລກ​ເພື່ອ​ຮັບ​​ໃຊ້​​ໃຫ້​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາ​ດ, ຂອງ​ປະຊາຊົນໃຫ້​ດີ​ທີ່​ສຸດ​ໂດຍຜ່ານ​ບັນດາ​ລັດຖະນະ​ໂຍບາຍ​ໃຫຍ່​ກ່ຽວ​ກັບ​ການ​ຕ່າງປະ​ເທດ​ຄື​ຫັນ​ການ​ພົວພັນເປັນ​ປົກກະຕິ​ກັບ ຈີນ, ອາ​ເມ​ລິ​ກາ, ​ເຂົ້າ​ຮ່ວມ ອາ​ຊຽນ, ອົງການ​ການ​ຄ້າ​​ໂລກ (WTO), ເຂົ້າຮ່ວມການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຂ້າມ ປາຊີຟິກ (TPP).


ຂ່າວ/ບົດ​ອື່ນ