ການໂອ້ລົມສົນທະນາກ່ຽວກັບໂຄງປະກອບຄວາມໝັ້ນຄົງອາຊີ-ປາຊີຟິກ

(VOVWORLD) -ສະຖາບັນຄົ້ນຄວ້ານະໂຍບາຍ Asia Society ຢູ່ ວໍຊິງຕັນ ດີຊີ, ປະເທດອາເມລິກາ ຫາກໍ່ຈັດຕັ້ງການໂອ້ລົມສົນທະນາ “ຄວາມໝັ້ນຄົງອາຊີ - ປາຊີຟິກ”

ການໂອ້ລົມສົນທະນາກ່ຽວກັບໂຄງປະກອບຄວາມໝັ້ນຄົງອາຊີ-ປາຊີຟິກ - ảnh 1

ການໂອ້ລົມສົນທະນາກ່ຽວກັບໂຄງປະກອບຄວາມໝັ້ນຄົງອາຊີ-ປາຊີຟິກ 

(ພາບ: ກະຊວງການຕ່າງປະເທດ)

ໃນນັ້ນໄດ້ປະກາດບົດລາຍງານຫວ່າງມໍ່ໆມານີ້ຂອງ Asia Society ກ່ຽວກັບການ “ຮັກສາສັນຕິພາບຢູ່ອາຊີ: ສ້າງລະບອບລະບຽບຄວາມໝັ້ນຄົງຍາວນານຢູ່ພາກພື້ນ”. ແບ່ງປັນຄຳເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳອາເມລິກາ ຟ້າມກວາງວິງ ໄດ້ເນັ້ນໜັກເຖິງບົດບາດສຳຄັນຂອງບັນດາກົນໄກພາກພື້ນ ໃນການຊຸກຍູ້ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືກ່ຽວກັບສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາວັດທະນາຖາວອນຢູ່ພາກພື້ນ. ຕາມທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ ແລ້ວ, ການຖອດຖອນບົດຮຽນໄດ້ຊີ້ໃຫ້ເຫັນວ່າ ການສ້າງຕັ້ງໂຄງປະກອບພາກພື້ນຢູ່ອາຊີ - ປາຊີຟິກ ຕ້ອງອີງໃສ່ຫຼັກການສະໝັກໃຈ, ເໝາະສົມກັບລັກສະນະຫຼາຍຮູບຫຼາຍແບບຂອງພາກພື້ນ; ສ້າງບັນດາຂໍ້ກຳນົດ, ກົດລະບຽບການປະພຶດຢູ່ພາກພື້ນໃຫ້ເໝາະສົມກັບກົດໝາຍສາກົນ; ສືບຕໍ່ປັບປຸງ ແລະ ເພີ່ມທະວີບັນດາກົນໄກທີ່ມີຢູ່ແລ້ວຢູ່ພາກພື້ນຕາມທິດມີປະສິດທິຜົນກວ່າ. ທ່ານເອກອັກຄະລັດຖະທູດ ຢືນຢັນວ່າ, ດ້ວຍບົດບາດເປັນໃຈກາງ, ອາຊຽນ ຄວນເພີ່ມທະວີຄວາມສາມັກຄີ, ສ້າງປະຊາຄົມ ແລະ ບົດບາດຂອງຕົນກວ່າອີກ ໃນການຊຸກຍູ້ການພົວພັນກັບບັນດາຄູ່ຮ່ວມມື, ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ