ການໂອ້ລົມສົນທະນາຂັ້ນສູງລະຫວ່າງ ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ແລະ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ

(VOVWORLD) -ສະມາຊິກຊາວໜຸ່ມແຕ່ລະຄົນ ແມ່ນທູດຜູ້ໜຶ່ງເພື່ອເພີ່ມພູນຄູນສ້າງນໍ້າໃຈ “ໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີີແບບພິເສດ ແລະ ການຮ່ວມມືຮອບດ້ານ” ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ.

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ແຕ່ວັນທີ 20 – 25 ທັນວາ, ຕອນບ່າຍ ວັນທີ 21 ທັນວາ, ຢູ່ນະຄອນຫຼວງວຽງຈັນ, ສປປ ລາວ, ໄດ້ດໍາເນີນການໂອ້ລົມສົນທະນາລະຫວ່າງຄະນະຜູ້ແທນຂັ້ນສູງ ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ກັບ ຄະນະຜູ້ແທນຂັ້ນສູງ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ.  ທ່ານ ຫງວຽນງອັກເລືອງ ຄະນະເລຂາສູນກາງຊາວໜຸ່ມກອມມູນິດ ຫວຽດນາມ ນໍາໜ້າຄະນະປະຕິບັດງານຫວຽດນາມ ເຂົ້າຮ່ວມການໂອ້ລົມສົນທະນາ.

ການໂອ້ລົມສົນທະນາຂັ້ນສູງລະຫວ່າງ ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ແລະ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ - ảnh 1ການໂອ້ລົມສົນທະນາຂັ້ນສູງລະຫວ່າງ ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ແລະ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ພາບ: doanthanhnien.vn)

        ທີ່ການໂອ້ລົມສົນທະນາ, ສອງຝ່າຍເຫັນດີເປັນເອກະພາບ ຕີລາຄາສູງໝາກຜົນການຮ່ວມມືໃນວຽກງານຜັນຂະຫຍາຍບັນດາໂຄງການເຄື່ອນໄຫວຂອງຄະນະຊາວໜຸ່ມແຕ່ລະປະເທດໃນໄລຍະຜ່ານມາ. ພ້ອມກັນນັ້ນ, ສອງຝ່າຍເຫັນດີນໍາກັນວ່າ ໃນໄລຍະຈະມາເຖິງ ຄວນເພີ່ມທະວີການເຄື່ອນໄຫວພົບປະແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນທາງດ້ານວິຊາການ; ຈັດຕັ້ງບັນດາການເສັງຊອກຮູ້ກ່ຽວກັບແຜນນະໂຍບາຍ, ແນວທາງ, ນະໂຍບາຍພັດທະນາປະເທດຊາດ, ວັດທະນະທໍາ ແລະ ປະຊາຊົນຂອງສອງປະເທດ... ໃຫ້ຫຼາຍກວ່າອີກ; ເພີ່ມທະວີວຽກງານໂຄສະນາກ່ຽວກັບມູນເຊື້ອສາມັກຄີ, ສັດຊື່ບໍລິສຸດຂອງຫວຽດນາມ ແລະ ລາວ; ສະມາຊິກຊາວໜຸ່ມແຕ່ລະຄົນ ແມ່ນທູດຜູ້ໜຶ່ງເພື່ອເພີ່ມພູນຄູນສ້າງນໍ້າໃຈ “ໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີີແບບພິເສດ ແລະ ການຮ່ວມມືຮອບດ້ານ” ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ.

        ກ່ອນໜ້ານັ້ນ, ຄະນະປະຕິບັດງານຂອງສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ໄປຢ້ຽມຢາມ ແລະ ແລກປ່ຽນບົດຮຽນກ່ຽວກັບວຽກງານ ຊາວໜຸ່ມ, ນັກສຶກສາ ກັບ ຄະນະຊາວໜຸ່ມມະຫາວິທະຍາໄລແຫ່ງຊາດລາວ.

ຕອບກັບ

ຂ່າວ/ບົດ​ອື່ນ