ການໂອ້ລົມສົນທະນາຂັ້ນຮອງລັດຖະມົນຕີຄັ້ງທີ1ລະຫວ່າງກະຊວງຕຳຫຼວດຫວຽດນາມແລະກະຊວງພາຍໃນມຽນມາ

ການໂອ້ລົມສົນທະນາຂັ້ນຮອງລັດຖະມົນຕີຄັ້ງທີ1ລະຫວ່າງກະຊວງຕຳຫຼວດຫວຽດນາມແລະກະຊວງພາຍໃນມຽນມາ - ảnh 1
ພິທີເຊັນຂໍ້ຕົກລົງລະຫວ່າງ 2 ກະຊວງ
(ພາບ: anninhthudo.vn)

(vovworld) – ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງລັດຖະມົນຕີກະຊວງ​ຕຳຫຼວດ ຫວຽດນາມ ​ໂຕ​ເລີມ ​ເນັ້ນ​ໜັກ​ວ່າ: ນີ້​ແມ່ນ​ຂີດ​ໝາຍ​ສຳຄັນ​ໃນ​ການ​ພົວພັນ​ຮ່ວມ​ມື​ລະ​ຫວ່າງ​ກະຊວງ​ຕຳຫຼວດ ຫວຽດນາມ ​ແລະ ກະຊວງ​ພາຍ​ໃນ ສ. ສະຫະພັນ ມຽນມາ. ຜ່ານ​ກົນ​ໄກ​ໂອ້​ລົມ​ສົນ​ທະນາ​ຄວາມສະຫງົບ​ປອດ​ໄພ, ປະຈຳ​ປີ ການ​ນຳ 2 ຝ່າຍ​ຈະ​ມີ​ການພົບ​ປະ​ເພື່ອ​ແບ່ງປັນ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ສະພາບ​ຄວາມ​ໝັ້ນຄົງ​ຢູ່​ໃນ​ໂລກ ​ແລະ​ ພາກ​ພື້ນ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ​ແລກປ່ຽນ​ບັນດາ​ມາດ​ຕະການ​ຮັບ​ມື​ກັບ​ການ​ທ້າ​ທາຍ​ ພິ​ເສດ​ແມ່ນ​ໃນ​ວຽກ​ງານ​ຕໍ່ສູ້​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳສາກົນ, ອາດຊະຍາ​ກຳ​ຂ້າມ​ຊາ​ດ, ອາ​ຊະ​ຍາ​ກຳ​ຢາ​ເສບ​ຕິດ. ທ່ານ​ລັດຖະມົນຕີ ສ ສະຫະພັນ ມຽນມາ Kyo Kyo Tun ​ເຊື່ອ​ໝັ້ນ​ວ່າ: ກອງ​ປະຊຸມ​ໂອ້​ລົມ​ສົນທະນາ​ຄວາມ​ໝັ້ນຄົງ​ຂັ້ນ​ຮອງ​ລັດຖະມົນຕີ​ຄັ້ງ​ທີ 1 ລະຫວ່າງ​ກະຊວງ​ຕຳຫຼວດ ຫວຽດນາມ ​ແລະ ກະຊວງ​ພາຍ​ໃນ ສ ສະຫະພັນ ​ມຽນມາ ຈະ​ບັນລຸ​ໄດ້​ບັນດາ​ໝາກຜົນ​ດີງາມ, ປະກອບສ່ວນ​ເພີ່ມ​ພຸ​ນຄຸນ​ສ້າງສາ​ຍພົວພັນ​ມິດຕະພາບ​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ.

    ທີ່​ກອງ​ປະຊຸມ, 2 ຝ່າຍ​​ໄດ້​ເຊັນ​ຂໍ້​ຕົກລົງ​ສ້າງ​ຕັ້ງ​ກົນ​ໄກ​​ເຈລະຈາຄວາມ​ສະຫງົບ​ປອດ​ໄພ​ຂັ້ນ​ຮອງ​ລັດຖະມົນຕີ​ລະຫວ່າງ​ກະຊວງ​ຕຳຫຼວ​ດ ຫວຽດນາມ ​ແລະ ກະຊວງ​ພາຍ​ໃນ ສ. ສະຫະພັນ ມຽນມາ.

 

ຂ່າວ/ບົດ​ອື່ນ