ການ​ໂອ້​ລົມ​ສົນ​ທະ​ນາ​ຍຸດ​ທະ​ສາດ ແຫ່ງ​ຊາດ ລະ​ຫວ່າງ ຫວຽດ​ນາມ ແລະ WEF: ມາ​ນະ​ພະ​ຍາ​ຍາມ ​ຫັນ​ເປົ້າ​ໝາຍ​ພັດ​ທະ​ນາ​ຂອງ ຫວຽດ​ນາມ ໃຫ້ປະ​ກົດ​ຜົນ​ເປັນ​ຈິງ

(VOVWORLD) -ໃນລະຫວ່າງວັນທີ 31 ຕຸລາ ຫາວັນທີ 3 ພະຈິກ ປີ 2021, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມເດີນທາງໄປປະເທດອັງກິດ ເຂົ້າຮ່ວມກອງປະຊຸມຄັ້ງທີ 26 ຂອງ ບັນດາຝ່າຍ ທີ່ເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP 26).
ການ​ໂອ້​ລົມ​ສົນ​ທະ​ນາ​ຍຸດ​ທະ​ສາດ ແຫ່ງ​ຊາດ ລະ​ຫວ່າງ ຫວຽດ​ນາມ ແລະ WEF: ມາ​ນະ​ພະ​ຍາ​ຍາມ ​ຫັນ​ເປົ້າ​ໝາຍ​ພັດ​ທະ​ນາ​ຂອງ ຫວຽດ​ນາມ ໃຫ້ປະ​ກົດ​ຜົນ​ເປັນ​ຈິງ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ

ວັນທີ 29 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານ Klaus Schwab ປະທານຜູ້ບໍລິຫານງານ ແລະ ກໍ່ຕັ້ງ ເວທີປາໄສເສດຖະກິດ ໂລກ (WEF) ຈະເປັນປະທານຮ່ວມການໂອ້ລົມສົນທະນາຍຸດທະສາດ ລະດັບຊາດ ລະຫວ່າງ ຫວຽດນາມ ແລະ WEF ຕາມຮູບແບບ ໂດຍກົງ ສົມທົບ ທາງໄກ ດ້ວຍຫົວຂໍ້ “ເພີ່ມທະວີການພົວພັນຄູ່ຮ່ວມມືພາກລັດ - ເອກະຊົນ: ກຳລັງໜູນຫຼັກແຫຼ່ງຂອງການຟື້ນຟູຢ່າງຮອບດ້ານ, ພັດທະນາແບບຍືນຍົງ, ກວມລວມ, ປ່ຽນແປງໃໝ່ປະດິດຄິດສ້າງ”.

ແລະກໍ່ໃນລະຫວ່າງວັນທີ 31 ຕຸລາ ຫາວັນທີ 3 ພະຈິກ ປີ 2021, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມເດີນທາງໄປປະເທດອັງກິດ ເຂົ້າຮ່ວມກອງປະຊຸມຄັ້ງທີ 26 ຂອງ ບັນດາຝ່າຍ ທີ່ເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP 26).

ຕອບກັບ

ຂ່າວ/ບົດ​ອື່ນ