ການໂອ້ລົມສົນທະນາດ້ານການເມືອງ - ຄວາມໝັ້ນຄົງ - ການປ້ອງກັນຊາດ ຫວຽດນາມ - ອາເມລິກາ ຄັ້ງທີ 13

(VOVWORLD) - ຫວຽດນາມ ຖື ອາເມລິກາ ແມ່ນຄູ່ຮ່ວມມືສຳຄັນຍຸດທະສາດ ແລະ ຊົມເຊີຍ ອາເມລິກາ ທີ່ໃຫ້ຄຳໝັ້ນສັນຍາສະໜັບສະໜູນ ຫວຽດນາມ ທີ່ເຂັ້ມແຂງ, ເອກະລາດ, ສ້າງເຂັ້ມແຂງດ້ວຍຕົນເອງ ແລະ ວັດທະນາຖາວອນ.
ການໂອ້ລົມສົນທະນາດ້ານການເມືອງ - ຄວາມໝັ້ນຄົງ - ການປ້ອງກັນຊາດ ຫວຽດນາມ - ອາເມລິກາ ຄັ້ງທີ 13 - ảnh 1ທີ່ການໂອ້ລົມສົນທະນາ
(ພາບ: baoquocte.vn)

        ວັນທີ 26 ສິງຫາ, ຢູ່ ຮ່າໂນ້ຍ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຮ່າກິມງອັກ ແລະ ທ່ານ Bonnie Jenkins, ຮອງລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ, ຮັບຜິດຊອບການຄວບຄຸມອາວຸດ ແລະ ຄວາມໝັ້ນຄົງສາກົນ ໄດ້ເປັນປະທານການໂອ້ລົມສົນທະນາດ້ານການເມືອງ - ຄວາມໝັ້ນຄົງ - ການປ້ອງກັນຊາດ ຫວຽດນາມ - ອາເມລິກາ ຄັ້ງທີ 13. ທີ່ການໂອ້ລົມສົນທະນາ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຮ່າກິມງອັກ ຢືນຢັນວ່າ, ຫວຽດນາມ ຖື ອາເມລິກາ ແມ່ນຄູ່ຮ່ວມມືສຳຄັນຍຸດທະສາດ ແລະ ຊົມເຊີຍ ອາເມລິກາ ທີ່ໃຫ້ຄຳໝັ້ນສັນຍາສະໜັບສະໜູນ ຫວຽດນາມ ທີ່ເຂັ້ມແຂງ, ເອກະລາດ, ສ້າງເຂັ້ມແຂງດ້ວຍຕົນເອງ ແລະ ວັດທະນາຖາວອນ. ທ່ານສະເໜີໃຫ້ 2 ຝ່າຍເພີ່ມທະວີການສົມທົບກັນ, ນຳຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີສະຖຽນລະພາບ.

        ທ່ານຮອງລັດຖະມົນຕີ Bonnie Jenkins ຢືນຢັນວ່າ, ອາເມລິກາ ໃຫ້ຄຳໝັ້ນສັນຍາສືບຕໍ່ສະຫງວນແຫຼ່ງກຳລັງການຮ່ວມມື ແລະ ໜູນຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼຼຼັງຈາກສົງຄາມ, ສືບຕໍ່ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບກັບ ຫວຽດນາມ ຕາມຂອບເຂດ, ຂໍ້ຕົກລົງຮ່ວມມືທີ່ໄດ້ສ້າງຕັ້ງ, ສອດຄ່ອງກັບຄວາມຕ້ອງການຂອງ ຫວຽດນາມ, ໃນນັ້ນມີການຮ່ວມມືດ້ານການສຶກສາ, ເສນາຮັກ, ຮັກສາສັນຕິພາບ, ການປ້ອງກັນ ຕ້ານການກໍ່ການຮ້າຍ, ອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ແລະ ອາດຊະຍາກຳເຕັກໂນໂລຊີສູງ…

        2 ຝ່າຍເຫັນດີເພີ່ມທະວີການຮ່ວມມືເພື່ອສັນຕິພາບ, ຄວາມໝັ້ນຄົງ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ. ກ່ຽວກັບສະພາບການຢູ່ທະເລຕາເວັນອອກ, 2 ຝ່າຍໄດ້ແບ່ງປັນຄວາມສຳຄັນຂອງເລື່ອງຮັກສາສັນຕິພາບ, ຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍທາງທະເລ, ຊຸກຍູ້ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ; ຍົກສູງຫຼັກການບໍ່ນຳໃຊ້ ຫຼື ນາບຂູ່ການນຳໃຊ້ອາວຸດ, ແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວີທີ ບົນພື້ນຖານກົດໝາຍສາກົນ, ພິເສດແມ່ນກົດບັດສະຫະປະຊາຊາດ ແລະ ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS 1982).

ຕອບກັບ

ຂ່າວ/ບົດ​ອື່ນ