ການໂອ້ລົມສົນທະນາທາງອອນລາຍກ່ຽວກັບແບບຢ່າງດີເດັ່ນ, ວຽກດີຄົນເດັ່ນ “ເຊື່ອມຕໍ່ ແລະ ແຜ່ຂະຫຍາຍ”

(VOVWORLD) -ນີ້ແມ່ນການເຄື່ອນໄຫວຢ່າງແທດຈິງເພື່ອແນໃສ່ຍູ້ແຮງບັນດາຂະບວນການແຂ່ງຂັນຮັກຊາດ ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນປະທານໂຮ່ຈີມິນ ອອກຄຳຮຽກຮ້ອງແຂ່ງຂັນຮັກຊາດ
ການໂອ້ລົມສົນທະນາທາງອອນລາຍກ່ຽວກັບແບບຢ່າງດີເດັ່ນ, ວຽກດີຄົນເດັ່ນ “ເຊື່ອມຕໍ່ ແລະ ແຜ່ຂະຫຍາຍ” - ảnh 1 (ການໂອ້ລົມສົນທະນາທາງອອນລາຍ)

ຕອນເຊົ້າວັນທີ 05 ມິຖຸນາ, ວາລະສານການແຂ່ງຂັນຍ້ອງຍໍມອບລາງວັນ ໄດ້ສົມທົບກັບຄະນະແຂ່ງຂັນ - ຍ້ອງຍໍນະຄອນຮ່າໂນ້ຍ ໄດ້ຈັດການໂອ້ລົມສົນທະນາທາງອອນລາຍ ກ່ຽວກັບແບບຢ່າງດີເດັ່ນ, ວຽກດີຄົນເດັ່ນ “ເຊື່ອມຕໍ່ ແລະ ແຜ່ຂະຫຍາຍ” ໃນເວັບໄຊຂອງວາລະສານການແຂ່ງຂັນຍ້ອງຍໍ. ນີ້ແມ່ນການເຄື່ອນໄຫວຢ່າງແທດຈິງເພື່ອແນໃສ່ຍູ້ແຮງບັນດາຂະບວນການແຂ່ງຂັນຮັກຊາດ ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນປະທານໂຮ່ຈີມິນ ອອກຄຳຮຽກຮ້ອງແຂ່ງຂັນຮັກຊາດ (11 ມິຖຸນາ 1948 – 11 ມິຖຸນາ 2020) ແລະ ກ້າວໄປເຖິງກອງປະຊຸມໃຫຍ່ແຂ່ງຂັນຮັກຊາດທົ່ວປະເທດຄັ້ງທີ 10 ປີ 2020.

        ແລກປ່ຽນຄຳເຫັນທີ່ການໂອ້ລົມສົນທະນາມີສ່ວນບຸກຄົນທີ່ເປັນແບບຢ່າງດີເດັ່ນ, ວຽກດີຄົນເດັ່ນ ແລະ ຜູ້ຕາງໜ້າໜ່ວຍປະຕິບັດງານຫົວເລື່ອງສະເພາະໄດ້ຄົ້ນພົບແບບຢ່າງດີເດັ່ນ, ວຽກດີຄົນເດັ່ນເມືອງ ເຈືອງມີ້, ຮ່າໂນ້ຍ 6 ຄົນ. ທຸກຄົນໄດ້ແລກປ່ຽນບົດຮຽນ, ວິທີເຮັດວຽກທີ່ດີ, ເຈດຈຳນົງ, ແນວຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາ… ເພື່ອແຜ່ຂະຫຍາຍ, ນຳມາເຊິ່ງບັນດາຄຸນຄ່າອັນດີງາມໃນການດຳລົງຊີວິດ, ສັງຄົມ.

        ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງໄດ້ມອບນາມມະຍົດ “ວຽກດີຄົນເດັ່ນນະຄອນຮ່າໂນ້ຍ” ໃຫ້ 3 ສ່ວນບຸກຄົນທີ່ໄດ້ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວເພື່ອປະຊາຄົມ, ມີຫົວຄິດປະດິດສ້າງໃນການອອກແຮງງານທຳການຜະລິດ ແລະ ມີຄວາມຮັບຜິດຊອບໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ