ການໂອ້ລົມສົນທະນາທາງໄກວ່າດ້ວຍຄູ່ຮ່ວມມືຍຸດທະສາດອິນເດຍ-ຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 2 ກັນຍາ , ຄະນະກຳມະການສາມັກຄີອິນເດຍ-ຫວຽດນາມໄດ້ຈັດການໂອ້ລົມສົນທະນາທາງໄກວ່າດ້ວຍຄູ່ຮ່ວມມືຍຸດທະສາດອິນເດຍ-ຫວຽດນາມ: ຄວາມຕ້ອງການອັນຮີບດ່ວນໃນປະຈຸບັນ
ການໂອ້ລົມສົນທະນາທາງໄກວ່າດ້ວຍຄູ່ຮ່ວມມືຍຸດທະສາດອິນເດຍ-ຫວຽດນາມ    - ảnh 1ການໂອ້ລົມສົນທະນາທາງໄກວ່າດ້ວຍຄູ່ຮ່ວມມືຍຸດທະສາດອິນເດຍ-ຫວຽດນາມ

    ເຂົ້າຮ່ວມການ ໂອ້ລົມສົນທະນາ, ຝ່າຍອິນເດຍມີບັນດານັກຮຽນຮູ້, ນັກຂ່າວຂຶ້ນບັນດາມະຫາວິທະຍາໄລ, ສູນວັດທະນະທຳ, ສະຖາບັນຄົ້ນຄ້ວາ, ສະມາຊິກຂອງ ຄະນະກຳມະການສາມັກຄີອິນເດຍ-ຫວຽດນາມ. ທາງຝ່າຍຫວຽດນາມ ມີທ່ານເອກອັກຄະລັດຖະທູດອີນເດຍປະຈຳຫວຽດນາມ ຝ້າມແຊງເຈົາ ປະທານສະຫະພັນມິດຕະພາບ ຫງວຽນເຟືອງງາ ແລະ ຮອງປະທານສະມາຄົມມິດຕະພາບຫວຽດນາມ-ອິນເດຍ ຫ້າມິນເຫ້ວ ພ້ອມກັບນັກຮຽນຮູ້ຫວຽດນາມຈຳນວນໜຶ່ງ.

  ທ່ານນາງເອກອັກຄະລັດຖະທູດ, ປະທານສະຫະພັນມິດຕະພາບ ຫງວຽນເຟືອງງາ ໄດ້ຢືນຢັນວ່າ : ປະຊາຊົນ 2 ປະເທດຫວຽດນາມ ແລະ ອິນເດຍໄດ້ມີນ້ຳໃຈມິດຕະພາບຢ່າງສະໜິດແໜ້ນ, ສາຍພົວພັນລະຫວ່າງ 2 ປະເທດໄດ້ມີມາແຕ່ 2 ພັນປີກ່ອນນີ້ ດ້ວຍການພົວພັນແລກປ່ຽນວັດທະນະທຳ ແລະ ການນຳເຂົ້າສາສະໜາພຸດ ແລະ ສາສະໜາອິນເດຍຈາກອິນເດຍເຂົ້າມາຫວຽດນາມ. ປະຈຸບັນ ການພົວພັນຮ່ວມມືລະຫວ່າງ 2 ປະເທດຫວຽດນາມ-ອິນເດຍ ໄດ້ຮັບການຊຸກຍູ້ຢ່າງຕັ້ງໜ້າ, ມີປະສິດທິຜົນ ເຂົ້າສູ່ລວງເລິກ ແລະ ໃນທຸກໆຂົງເຂດເສດຖະກິດ, ການຄ້າ ການລົງທຶນ ການປ້ອງກັນຊາດ ປ້ອງກັນຄວາມສະຫງົບດ ວິທະຍາສາດເຕັກໂນໂລຢີ, ວັດທະນະທຳ ການສຶກສາ ການພົວພັນແລກປ່ຽນປະຊາຊົນ. ປະຈຸບັນ 2 ປະເທດໄດ້ຮ່ວມກັນໃນໄລຍະອັນຫຍຸ້ງຍາກທີ່ສຸດ, ຕັ້ງໜ້າຊ່ວຍໜູນກັນ ເພື່ອຮັບມືກັບໂລກລະບາດໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ