ການ​ໂອ້​ລົມ​ສົ​ນ​ທະ​ນາ​ນະ​ໂຍ​ບາຍ​ຂັ້ນ​ສູງ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ການ​ຄຸ້ມ​ຄອງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ແບບ​ຍືນ​ຍົງ

(VOVWORLD) -ບັນດາບົດປະກອບຄຳເຫັນໃນການໂອ້ລົມສົນທະນາ ໄດ້ແບງປັນບົດຮຽນປະສົບການ ຈາກບັນດາຮູບແບບຮ່ວມຄຸ້ມຄອງທີ່ມີປະສິດທິຜົນ ໂດຍໄດ້ຜັນຂະຫຍາຍຢູ່ ຫວຽດນາມ ແລະ ໃນທົ່ວໂລກ
ການ​ໂອ້​ລົມ​ສົ​ນ​ທະ​ນາ​ນະ​ໂຍ​ບາຍ​ຂັ້ນ​ສູງ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ການ​ຄຸ້ມ​ຄອງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ແບບ​ຍືນ​ຍົງ - ảnh 1ພາບປະກອບ: TTXVN

ຕອນເຊົ້າວັນທີ 26 ສິງຫາ, ຢູ່ຮ່າໂນ້ຍ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໄດ້ສົມທົບກັບອົງການພັດທະນາ ສປຊ (UNDP) ປະຈຳ ຫວຽດນາມ ຈັດຕັ້ງ “ການໂອ້ລົມສົນທະນານະໂຍບາຍຂັ້ນສູງກ່ຽວກັບການຮ່ວມມືໃນການຄຸ້ມຄອງຊັບພະຍາກອນທຳມະຊາດແບບຍືນຍົງໃນສະພາບການປ່ຽນແປງຂອງດິນຟ້າອາກາດ”. ການໂອ້ລົມສົນທະນາເພື່ອແນໃສ່ສະໜອງຂໍ້ມູນ, ແລກປ່ຽນ ແລະ ປະກອບຄຳເຫັນໃຫ້ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ແລະ ບັນດາຫົວໜ່ວຍທີ່ກ່ຽວຂ້ອງ ເພື່ອແນໃສ່ຜັນຂະຫຍາຍຢ່າງມີປະສິດທິຜົນ, ຮັບປະກັນການປະຕິບັດເປົ້າໝາຍພັດທະນາແບບຍືນຍົງ. ພ້ອມທັງ, ປະຕິບັດການຫັນປ່ຽນໄປສູ່ຮູບແບບຕາມທິດສີຂຽວ, ເປັນມິດກັບສິ່ງແວດລ້ອມ, ປ່ອຍທາດພິດໜ້ອຍ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພັດທະນາຕິດພັນກັບການອະນຸລັກຮັກສາຊັບພະຍາກອນທຳມະຊາດ ທີ່ໄດ້ວາງອອກໃນຍຸດທະສາດພັດທະນາກະສິກຳ ແລະ ຊົນນະບົດແບບຍືນຍົງ ໃນໄລຍະ 2021 – 2030, ວິໄສທັດ ຮອດປີ 2050 ໂດຍລັດຖະບານ ຫວຽດນາມປະກາດໃຊ້. ບັນດາບົດປະກອບຄຳເຫັນໃນການໂອ້ລົມສົນທະນາ ໄດ້ແບງປັນບົດຮຽນປະສົບການ ຈາກບັນດາຮູບແບບຮ່ວມຄຸ້ມຄອງທີ່ມີປະສິດທິຜົນ ໂດຍໄດ້ຜັນຂະຫຍາຍຢູ່ ຫວຽດນາມ ແລະ ໃນທົ່ວໂລກ. ຜ່ານນັ້ນ, ແກ້ໄຂ ຄວາມຫຍຸ້ງຍາກ, ສິ່ງທ້າທາຍໃນການຮ່ວມມືຄຸ້ມຄອງຊັບພະຍາກອນທຳມະຊາດ ລະຫວ່າງບັນດາປະເທດ, ພ້ອມທັງສະເໜີນະໂຍບາຍກ່ຽວກັບການຮ່ວມມືຮ່ວມຄຸ້ມຄອງຊັບພະຍາກອນທຳມະຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ