ການໂອ້ລົມສົນທະນາຜ່ານເຄືອຂ່າຍອິນເຕີເນັດ “ແຮງງານ, ວຽກເຮັດງານທໍາໃນສະພາບການປະຕິວັດອຸດສາຫະກໍາ 4.0”

(VOVWORLD) -ໄປຄຽງຄູ່ກັບການພັດທະນາຂອງພື້ນຖານເສດຖະກິດ, ຕະຫຼາດແຮງງານຫວຽດນາມ ສືບຕໍ່່ໄດ້ຮັບການພັດທະນາຕາມທິດຫັນການຕະຫຼາດເປັນທັນສະໄໝ ແລະ ກໍານົດທິດ; ກອບກົດໝາຍ, ລະບຽບການ, ນະໂຍບາຍຕະຫຼາດແຮງງານ ໄດ້ຮັບການປັບປຸງໃຫ້ສົມບູນແບບເທື່ອລະກ້າວ

ຕອນເຊົ້າວັນທີ 28 ທັນວາ, ປະຕູຖານຂໍ້ມູນເອເລັກໂຕນິກລັດຖະບານ ໄດ້ຈັດຕັ້ງການໂອ້ລົມສົນທະນາຜ່ານເຄືອຂ່າຍອິນເຕີເນັດ ດ້ວຍຫົວຂໍ້ວ່າ: “ແຮງງານ, ວຽກເຮັດງານທໍາ ໃນສະພາບການປະຕິວັດອຸດສາຫະກໍາ 4.0” ດ້ວຍການເຂົ້າຮ່ວມຂອງແຂກຖືກເຊີນ ທ່ານ ເລກວາງຈູງ, ຮອງຫົວໜ້າກົມຮັບຜິດຊອບກ່ຽວກັບວຽກເຮັດງານທໍາ ສັງກັດກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ. ທ່ານ ເລກວາງຈູງ ຖືວ່າ ໄປຄຽງຄູ່ກັບການພັດທະນາຂອງພື້ນຖານເສດຖະກິດ, ຕະຫຼາດແຮງງານຫວຽດນາມ ສືບຕໍ່່ໄດ້ຮັບການພັດທະນາຕາມທິດຫັນການຕະຫຼາດເປັນທັນສະໄໝ ແລະ ກໍານົດທິດ; ກອບກົດໝາຍ, ລະບຽບການ, ນະໂຍບາຍຕະຫຼາດແຮງງານ ໄດ້ຮັບການປັບປຸງໃຫ້ສົມບູນແບບເທື່ອລະກ້າວ. ຕະຫຼາດແຮງງານໄດ້ຮັບການປົວແປງ.

        ທ່ານເລກວາງຈູງ ຊີ້ແຈ້ງວ່າ ໄລຍະຈະມາເຖິງ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ ແລະ ກໍາລັງຈະປະຕິບັດບັນດາມາດຕະການຢ່າງຄົບຊຸດ ເປັນຕົ້ນແມ່ນ ສືບຕໍ່ປັບປຸງກົດລະບຽບການ, ນະໂຍບາຍ ກ່ຽວກັບແຮງງານ, ວຽກເຮັດງານທໍາ, ເງິນເດືອນ, ປະກັນສັງຄົມ ໃຫ້ສົມບູນແບບ.

        ແລະກໍໃນການໂອ້ລົມສົນທະນາ, ທ່ານເລກວາງຈູງ ຍັງຕອບຄໍາຖາມທີ່ກ່ຽວຂ້ອງເຖິງມາດຕະການເພີ່ມທະວີວຽກງານຄຸ້ມຄອງແຮງງານຕ່າງປະເທດຢູ່ຫວຽດນາມ; ປະຕິຮູບນະໂຍບາຍປະກັນສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ