ການໂອລົມສົນທະນາວິທະຍາສາດ “2 ຜົນງານຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່ຽວກັບວັດທະນະທຳ ແລະ ການຕ່າງປະເທດ”

(VOVWORLD) - ເລື່ອງສະສົມ, ຄັດເລືອກເອກະສານ, ສ້າງແຜນຮ່າງ, ຊັບຊ້ອນບັນດາບົດຂຽນໄດ້ດຳເນີນໄປພ້ອມໆກັນກັບວຽກງານບັນນາທິການ ເພື່ອຮັບປະກັນຄວາມຄືບໜ້າໃນການຈຳໜ່າຍປື້ມ
ການໂອລົມສົນທະນາວິທະຍາສາດ “2 ຜົນງານຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່ຽວກັບວັດທະນະທຳ ແລະ ການຕ່າງປະເທດ” - ảnh 1(ທ່ານຮອງສາດສະດາຈານ, ປະລິນຍາເອກ ຫວູຈ້ອງເລິມ)

ຕອນເຊົ້າວັນຮທີ 28 ມິຖຸນາ, ຢູ່ ຮ່າໂນ້ຍ, ຄະນະພັກຕຳຫຼວດສູນກາງ ໄດ້ສົມທົບກັບໂຮງພິມຈຳໜ່າຍການເມືອງແຫ່ງຊາດ ຊື້ເທີດ, ຈັດການໂອລົມສົນທະນາວິທະຍາສາດທາງໄກ “2 ຜົນງານຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່ຽວກັບວັດທະນະທຳ ແລະ ການຕ່າງປະເທດ - ຄຸນຄ່າທິສະດີ, ພຶດຕະກຳຕົວຈິງສຳລັບພາລະກີດປົກປັກຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສ້າງກຳລັງຕຳຫຼວດປະຊາຊົນ”. ທ່ານຮອງສາດສະດາຈານ, ປະລິນຍາເອກ ຫວູຈ້ອງເລິມ, ຫົວໜ້າ, ບັນນາທິການໃຫຍ່ໂຮງພິມຈຳໜ່າຍການເມືອງແຫ່ງຊາດ ຊື້ເທີດ, ໃຫ້ຮູ້ວ່າ:

“ເລື່ອງບັນນາທິການ, ພິມຈຳໜ່າຍປື້ມຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນໜ້າທີ່ສຳຄັນ, ໃຫຍ່ຫຼວງທີ່ສຸດຂອງບັນດາອົງການໄດ້ມອບໜ້າທີ່, ໃນນັ້ນມີໂຮງພິມຈຳໜ່າຍ ຊື້ເທິດ. ພ້ອມກັນນັ້ນ, ເລື່ອງສະສົມ, ຄັດເລືອກເອກະສານ, ສ້າງແຜນຮ່າງ, ຊັບຊ້ອນບັນດາບົດຂຽນໄດ້ດຳເນີນໄປພ້ອມໆກັນກັບວຽກງານບັນນາທິການ ເພື່ອຮັບປະກັນຄວາມຄືບໜ້າໃນການຈຳໜ່າຍປື້ມ”.

ບັນດາບົດປະກອບຄຳເຫັນທີ່ການໂອ້ລົມສົນທະນາໄດ້ສຸມໃສ່ເຮັດແຈ້ງບັນດາເນື້ອໃນຫຼັກແຫຼ່ງ, ແຜ່ຂະຫຍາຍຄວາມໝາຍ, ຄຸນຄ່າຢ່າງເລິກເຊິ່ງຂອງປື້ມ 2 ເຫຼັ້ມກ່ຽວກັບວັດທະນະທຳ ແລະ ການຕ່າງປະເທດ, ການທູດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນພະນັກງານ, ສະມາຊິກພັກ, ປະຊາຊົນ ແລະ ເພື່ອນມິດສາກົນ. ຈາກນັ້ນ, ກໍ່ປະກອບສ່ວນສ້າງການຫັນປ່ຽນສຳຄັນ, ບັນລຸປະສິດທະຜົນທາງດ້ານຄວາມຮັບຮູ້ ຕະຫຼອດຮອດການກະທຳໃນພາລະກິດສ້າງສາ ແລະ ພັດທະນາວັດທະນະທຳ, ຊາວ ຫວຽດນາມ ແລະ ພື້ນຖານການຕ່າງປະເທດ, ການທູດ ຫວຽດນາມ ຢ່າງຮອບດ້ານ, ທັນສະໄໝ.

ຕອບກັບ

ຂ່າວ/ບົດ​ອື່ນ