ການໂອ້ລົມສົນທະນາສະເຫຼີມສະຫຼອງ 50 ປີແຫ່ງວັນເຊັນສັນຍາ ປາຣີ ຢູ່ ຝລັ່ງ

(VOVWORLD) - ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝລັ່ງ ດິງຕວ່ານຖັ້ງ ໄດ້ຫວນຄືນວິວັດການເຈລະຈາທີ່ຫຍຸ້ງຍາກ, ລຳບາກ, ແກ່ຍາວໃນປະຫວັດສາດການທູດ...
ການໂອ້ລົມສົນທະນາສະເຫຼີມສະຫຼອງ 50 ປີແຫ່ງວັນເຊັນສັນຍາ ປາຣີ ຢູ່ ຝລັ່ງ - ảnh 1ທ່ານ Pierre Laurent, ຮອງປະທານສະພາສູງ ຝລັ່ງ ກ່າວຄຳເຫັນທີ່ເຫດການ
(ພາບ:Mạnh Hà/VOV-Paris)

ຕອນຄ່ຳວັນທີ 18 ມັງກອນ, ສະຖານທູດ ຫວຽດນາມ ປະຈຳ ຝລັ່ງ ໄດ້ຈັດພິທີສະເຫຼີມສະຫຼອງ 50 ປີແຫ່ງວັນເຊັນສັນຍາ ປາຣີ ເປີດຊ່ອງທາງໃຫ້ແກ່ການຢຸດຕິສົງຄາມ ແລະ ສ້າງສັນຕິພາບຢູ່ ຫວຽດນາມ ຄືນໃໝ່ (27/1/1973 – 27/1/2023).

        ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝລັ່ງ ດິງຕວ່ານຖັ້ງ ໄດ້ຫວນຄືນວິວັດການເຈລະຈາທີ່ຫຍຸ້ງຍາກ, ລຳບາກ, ແກ່ຍາວໃນປະຫວັດສາດການທູດ ແລະ ໄດ້ເປີດຊ່ອງທາງໃຫ້ແກ່ການຢຸດຕິສົງຄາມທີ່ແກ່ຍາວທີ່ສຸດໃນສະຕະວັດທີ XX.

        ໂດຍຕາງໜ້າບັນດາເພື່ອນມິດ ຝລັ່ງ, ທ່ານ Pierre Laurent, ຮອງປະທານສະພາສູງ ຝລັ່ງ, ໃຫ້ຮູ້ວ່າ:

        “ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈເມື່ອການເຈລະຈາທີ່ແກ່ຍາວໄດ້ນຳມາເຊິ່ງໝາກຜົນ ແລະ ສິ່ງດັ່ງກ່າວໄດ້ດຳເນີນໄປຢູ່ປະເທດຂອງພວກຂ້າພະເຈົ້າ. ສັນຍາປາຣີ ມີຄວາມໝາຍອັນໃຫຍ່ຫຼວງ, ຢຸດຕິສົງຄາມທີ່ດຸເດືອດທີ່ສຸດໃນສະຕະວັດທີ XX. ໄຊຊະນະຂອງ ຫວຽດນາມ ມີຂອບຂະໜາດທົ່ວໂລກ ສຳລັບທຸກໆປະເທດຄັດຄ້ານສົງຄາມ ແລະ ຕໍ່ສູ້ຕ້ານແອກປົກຄອງ”.

ຕອບກັບ

ຂ່າວ/ບົດ​ອື່ນ