ການ​ໂອ້​ລົມ​ສົນ​ທະ​ນາ​ສາ​ກົນ ສະຫຼຸ​ບ​ປີ ປະ​ທານ​ອາ​ຊຽນ 2020

(VOVWORLD) - ວັນທີ 17 ທັນວາ ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດຕັ້ງການໂອ້ລົມສົນທະນາສາກົນ: “ປະຊາຄົມອາຊຽນສະໜິດຕິດພັນ ແລະ ເປັນເຈົ້າການຮັບມື: ຫວນຄືນປີ 2020 ເພື່ອການກະທຳລວມທີ່ຢ່າງແຮງກ່ວາ” ເພື່ອທົບທວນຄືນປີ ປະທານອາຊຽນ 2020 ຂອງ ຫວຽດນາມ.
ການ​ໂອ້​ລົມ​ສົນ​ທະ​ນາ​ສາ​ກົນ ສະຫຼຸ​ບ​ປີ ປະ​ທານ​ອາ​ຊຽນ 2020 - ảnh 1ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກ໊ວກຢຸງ, ທ່ານ ອະດີດຮອງນາຍົກລັດຖະມົນຕີ ຫວູຄວານ ແລະ ຜູ້ແທນເຂົ້າຮ່ວມກອງປະຊຸມ 

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກ໊ວກຢຸງ, ຫົວໜ້າເຈົ້າໜ້າທີ່ຂັ້ນສູງອາຊຽນ ຫວຽດນາມ, ເລຂາທິການໃຫຍ່ຄະນະກຳມະການແຫ່ງຊາດ ອາຊຽນ 2020 ໄດ້ເປັນປະທານການໂອ້ລົມສົນທະນາ ພ້ອມກັບການເຂົ້າຮ່ວມຂອງທ່ານ ອະດີດຮອງນາຍົກລັດຖະມົນຕີ ຫວູຄວານ.

ທີ່ການໂອ້ລົມສົນທະນາຜູ້ແທນໄດ້ເຫັນດີເປັນເອກະພາບ, ໂດຍຕີລາຄາວ່າ, ປີ 2020 ແມ່ນຂີດໝາຍສຳຄັນໃນວິວັດທະນາການພັດທະນາຂອງອາຊຽນ ດ້ວຍບົດບາດພົ້ນເດັ່ນຂອງປີຫວຽດນາມເປັນປະທານອາຊຽນ 2020. ຜູ້ແທນຖືວ່າ ຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມມີໄຫວພິບ, ມີຫົວຄິດປະດິດສ້າງ, ເປັນເຈົ້າການ ແລະ ເສີມຂະຫຍາຍບົດບາດ “ແກ່ນສານ” ຂອງ ອາຊຽນ. ຜູ້ແທນໄດ້ຖືເປັນສຳຄັນພິເສດຕໍ່ບົດບາດຂອງປະທານຫວຽດນາມ ໃນການປຸກລະດົມຄວາມມານະພະຍາຍາມເປັນໝູ່ຄະນະຂອງທັງປະຊາຄົມເພື່ອຮັບມືກັບພະຍາດໂຄວິດ - 19ຢ່າງມີປະສິດທິຜົນ ແລະ ຊຸກຍູ້ການຟື້ນຟູເສດຖະກິດຮອບດ້ານໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ