ການໂອ້ລົມສົນທະນາເນື່ອງໃນໂອກາດ10ປີແຫ່ງວັນທ່ານປະທານາທິບໍດີ HugoChavez ຢ້ຽມຢາມຫວຽດນາມຢ່າງເປັນທາງການ

(vovworld) – ວັນ​ທີ 19/4, ຢູ່​ຮ່າ​ໂນ້ຍ, ສະຖານທູດ ສ. Bolivar Venezuela ປະຈຳ ຫວຽດນາມ ​ສົມທົບ​ກັບ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ ຈັດ​ຕັ້ງ​ການ​ໂອ້​ລົມ​ສົນທະນາ “ວັນ​ສາກົນ​ສາມັກຄີ​ກັບ Venezuala”, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 10 ປີ​ແຫ່ງ​ວັນ​ທ່ານ​ປະທານາທິບໍດີ Hugo Chavez ຢ້ຽມຢາມ​ ຫວຽດນາມ ຢ່າງ​​ເປັນ​ທາງ​ການ (8/2006) ​ແລະ 10 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະຖານທູ​ດ Venezuela ປະຈຳ ຫວຽດນາມ (1/2006). ກ່າວ​ຄຳ​ເຫັນ​ນະ​ທ່ີ​ນີ້, ທ່ານ​ຮອງ​ສາດສະດາຈານ, ດຣ ຫງວຽນ​ວຽດຖາວ, ຮອງ​ຜູ້ອຳນວຍການ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ, ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - Venezuela, ​ເນັ້ນ​ໜັກ​ວ່າ: ປະຊາຊົນ ຫວຽດນາມ ຍາມ​ໃດ​ກໍ່​ສະຫງວນ​ໃຫ້​ປະຊາຊົນ Venezuela ນຳ້​ໃຈ​ມິດຕະພາບ, ສະໜິດສະໜົມ ​ແລະ ສາມັກຄີ. 2 ຝ່າຍ​ຍາມ​ໃດ​ກໍ່​ສົມທົບກັນ ​ແລະ ສະໜັບ​ສະ​ໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ບັນດາ​ເວທີ​ປ​າ​ໄສ​ສາກົນ. ສ່ວນ​ທ່ານ​ເອກ​ອັກຄະ​ລັດຖະທູດ Jorge Rondon Uzcategui, ​ໃຫ້​ຮູ້​ວ່າ: ​ເລື່ອງ​ເປີດ​ສະຖານທູດ Venezuela ​​ເປັນ​ຂີດ​ໝາຍ​ໃຫ້​ແກ່​ການ​ປະກົດ​ຕົວ​ຂອງ​ປະ​ເທດ Venezuela ຢູ່ຮ່າ​ໂນ້ຍ ​ແລະ ​ແມ່ນ​ບາດ​ກ້າວ​ກະກຽ​ມ​ໃຫ້​ແກ່​ການ​ຢ້ຽມຢາມ​ ຫວຽດນາມ ຄັ້ງ​ປະຫວັດສາດ​ຂອງ​ທ່ານ​ປະທານາທິບໍ​ດີ Hugo Chavez. ນັ້ນ​ແມ່ນ​ຈຸ​ດ​ເວລາ​ເຊິ່ງ 2 ປະ​ເທດ​ເຫັນ​ດີ​ເປັນ​ເອກະສັນ​ປະຕິບັດ​ບັນດາ​ບາດ​ກ້າວ​ຈຳ​ເປັນ​ເພື່ອ​ສ້າງ​ຕັ້ງ​ການ​ຮ່ວມ​ມື​ຍາວ​ນານ, ​ໃນ​ຫຼາຍ​ຂົງ​ເຂດ.


ຂ່າວ/ບົດ​ອື່ນ