ການໂອ້ລົມເຈລະຈານະໂຍບາຍດ້ານປ້ອງກັນຊາດ ຫວຽດນາມ - ອີຕາລີ ຄັ້ງທີ 4

(VOVWORLD) - ທ່ານພົນໂທ ຫງວຽນຊວັນຈຽນ ແລະ ທ່ານລັດຖະມົນຕີ Matteo Perego Cremnago, ໄດ້ເປັນເອກະພາບຕໍ່ການກຳນົດທິດເພີ່ມທະວີການການຮ່ວມມືໃນຫຼາຍຂົງເຂດ ເຊິ່ງ 2 ຝ່າຍມີຄວາມຕ້ອງການ ແລະ ມີທ່າແຮງ
ການໂອ້ລົມເຈລະຈານະໂຍບາຍດ້ານປ້ອງກັນຊາດ ຫວຽດນາມ - ອີຕາລີ ຄັ້ງທີ 4 - ảnh 1ທ່ານພົນໂທ ຫງວຽນຊວັນຈຽນ ແລະ ທ່ານລັດຖະມົນຕີ Matteo Perego Cremnago
(ພາບ: TTXVN)

        ໂດຍຮັບຄຳເຊີນຂອງທ່ານລັດຖະມົນຕີຮັບຜິດຊອບກະຊວງປ້ອງກັນປະເທດ ສ.ອີຕາລີ Matteo Perego Cremnago, ຄະນະຜູ້ແທນກະຊວງປ້ອງກັນປະເທດ ຫວຽດນາມ ໂດຍທ່ານ ພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ເປັນຫົວໜ້າຄະນະ, ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ອີຕາລີ ແຕ່ວັນທີ 02-04 ກໍລະກົດ, ເປັນປະທານຮ່ວມການໂອ້ລົມເຈລະຈາດ້ານນະໂຍບາຍປ້ອງກັນຊາດ ຫວຽດນາມ - ອີຕາລີ ຄັ້ງທີ 7, ເຊິ່ງຈັດຂຶ້ນໃນຕອນເຊົ້າວັນທີ 03 ກໍລະກົດ.

        ທີ່ການໂອ້ລົມເຈລະຈາ, ທ່ານພົນໂທ ຫງວຽນຊວັນຈຽນ ແລະ ທ່ານລັດຖະມົນຕີ Matteo Perego Cremnago, ໄດ້ເປັນເອກະພາບຕໍ່ການກຳນົດທິດເພີ່ມທະວີການການຮ່ວມມືໃນຫຼາຍຂົງເຂດ ເຊິ່ງ 2 ຝ່າຍມີຄວາມຕ້ອງການ ແລະ ມີທ່າແຮງ, ໃນນັ້ນສຸມໃສ່ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ການຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດ, ຖ່າຍທອດເຕັກໂນໂລຊີ… ທ່ານ Matteo Perego Cremnago, ເນັ້ນໜັກວ່າ, ອີຕາລີ ພ້ອມແລ້ວຈະໜູນຊ່ວຍເພີ່ມທະວີການຍົກສູງກຳລັງຄວາມສາມາດໃຫ້ແກ່ກອງທັບປະຊາຊົນ ຫວຽດນາມ, ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍຢ່າງແທດຈິງ, ບັນລຸປະສິດທິຜົນ ຜ່ານກົນໄກໂອ້ລົມເຈລະຈາດ້ານນະໂຍບາຍປ້ອງກັນຊາດຂັ້ນຮອງລັດຖະມົນຕີກະຊວງປ້ອງກັນປະເທດຂອງ 2 ປະເທດ.

        2 ຝ່າຍໄດ້ເນັ້ນໜັກເຖິງເລື່ອງຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ໃນນັ້ນມີຄວາມໝັ້ນຄົງທາງທະເລ, ສະໜັບສະໜູນການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ເຄົາລົບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS).

ຕອບກັບ

ຂ່າວ/ບົດ​ອື່ນ