ການໃຊ້ຄວາມຮຸນແຮງ ຢູ່ອີຣັກ

ການໃຊ້ຄວາມຮຸນແຮງ ຢູ່ອີຣັກ - ảnh 1

(ພາບ:qdnd.vn )

(vovworld)-​​​​ ​ ​ ມີ​ຢ່າງ​ໜ້ອຍສຸດ 78 ຄົນ​ເສຍ​ຊີວິດ ​ແລະ 166 ຄົນ​ຖືກ​ບາດ​ເຈັບ​ໃນ​ບັນດາ​ການ​ໃຊ້​ຄວາມ​ຮຸນ​ແຮງ​ໃນ​ທົ່ວ​ປະ​ເທດ​ອີຣັກ​ ​ເມື່ອ​ວັນ​ທີ 5/10. ​ເຫດການ​ບຸກ​ໂຈມ​ຕີ​ອັນ​ນອງ​ເລືອດ​ທີ່​ສຸດ​ເກີດຂຶ້ນ​ໃນຕອນ​ຄ່ຳວັນ​ທີ 5/10 ຢູ່​ມໍ່​ກັບ​ເຂດ​ນະມັດສະການ​ຂອງ​ຊາວ​ຊີ​ອະ ຢູ່ Adhamiya ທາງ​ທິດ​ເໜືອ​ນະຄອນຫຼວງ​ແບກ​ແດດ ​ໃນ​ຂະນະ​ທີ່​ຜູ້​ວາງ​ລະ​ເບີດ​ສະຫຼະ​ຊີບ​ຜູ້ 1 ໄດ້​ເຮັດ​ໃຫ້ລະ​ເບີດ​ແຕກ ​ແລະ ​ເຮັດ​ໃຫ້ຢ່າງ​ໜ້ອຍສຸດ 51 ຄົນ​ເສຍ​ຊີວິດ ​ແລະ 107 ຄົນ​ຖືກ​ບາດ​ເຈັບ. ຕາມ​ການ​ສະຖິຕິ​ຂອງ ສປຊ, ມີ​ສາມັນ​ຊົນ​ເກືອບ 6000 ຄົນ​ເສຍ​ຊີວິດ ​ແລະ ອີກ 14.000 ຄົນ​ຖືກ​ບາດ​ເຈັບ​ໃນ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຄັ້ງຕ່າງໆ ​ໃນ​ທົ່ວ​ປະ​ເທດ​ອີຣັກ ​ໃນ 9 ​ເດືອນ​ຜ່ານ​ມາ.

ຂ່າວ/ບົດ​ອື່ນ