ການໃຊ້ຄວາມຮຸນແຮງ ຢູ່ອີຣັກເຮັດໃຫ້ 150 ຄົນຖືກບາດເຈັບລົ້ມຕາຍ


ການໃຊ້ຄວາມຮຸນແຮງ ຢູ່ອີຣັກເຮັດໃຫ້ 150 ຄົນຖືກບາດເຈັບລົ້ມຕາຍ - ảnh 1

(ພາບ: AFP )

 (vovworld)-  ​​ວັນ​ທີ 21/11, ການ​ໃຊ້​ຄວາມ​ຮຸນ​ແຮງ​ຄັ້ງຕ່າງໆ, ສ່ວນ​ຫຼາຍ​ແມ່ນ​ການວາງ​ລະ​ເບີດ​ດ້ວຍລົດ​ໂອ​ໂຕ​ແນ່​ໃສ່​ເຂດຊຸມຊົນຂອງ​ຊາວ​ມຸດ​ສະ​ລິ​ມນິກາຍ​ຊີ​ອາຍ ຢູ່​ຊານ​ນະຄອນຫຼວງ​ແບກ​ແດດ ຂອງ​ປະ​ເທດ​ອີຣັກ ​ໄດ້​ເຮັດ​ໃຫ້ 49 ຄົນ​ເສຍ​ຊີວິດ ​ແລະ ກ່ວາ 100 ຄົນ​ຖືກ​ບາດ​ເຈັບ.

   ອີຣັກ ພວມ​ຕົກ​ເຂົ້າສູ່​ສະພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ທີ່​ຮ້າຍ​ແຮງ​ທີ່​ສຸດນັບ​ແຕ່​ປີ 2008 ຊື່​ງ​ແມ່ນ​ຈຸດ​ເວລາ​ທີ່​ປະ​ເທດ​ນີ້​ອາດ​ຈະ​ຕົກ​ເຂົ້າສູ່​ສະພາບ​ເສິກ​ກາງ​ເມືອງ​ລະຫວ່າງ​ຊາວ​ຊັນ​ນີ ​ແລະ ຊາວ​ຊີ​ອາຍ. ຕາມ​ຝ່າຍ​ໜູນ​ຊ່ວຍ​ອີຣັກ ຂອງ ສປຊ ​ແລ້ວ, ​ໃນ 10 ​ເດືອນຕົ້ນປີ​ນີ້, ມີຊາວ​ອີຣັກ​ເກືອບ 7000 ຄົນ​ເສຍ​ຊີວິດ ​ແລະ ກ່ວາ 16.000 ຄົນ​ຖືກ​ບາດ​ເຈັບ​ແລ້ວ. ຕໍ່ໜ້າ​ສະພາບ​ການ​ດັ່ງກ່າວ, ທ່ານ​ນາຍົກລັດຖະມົນຕີອີຣັກ Muri al Maliki ​ໄດ້​ຮຽກຮ້ອງ​ໃຫ້ການ​ໜູນ​ຊ່ວຍ​ຂອງ​ວໍ​ຊິງ​ຕັນ ຕາມ​ທິດ​ເພີ່ມ​ທະວີ​ການ​ແບ່ງປັນ​ຂໍ້​ມູນ​ຂ່າວ​ສືບ​ລາຊະການ​ລັບ ​ແລະ ສະໜອງ​ບັນດາ​ລະບົບ​ອາວຸດ​ທັນ​ສະ​ໄໝ ​ແຕ່​ບັນດາ​ນັກ​ການ​ທູດ ​ແລະ ວົງ​ການ​ນັກ​ໄຈ້​ແຍກ​ຖືວ່າ: ລັດຖະບານອີຣັກ ບໍ່​ທັນ​ແກ້​ໄຂ​ບັນຫາ​ກໍ່​ໃຫ້​ເກີດ​ສາຍ​ເຫດ​ນີ້​ໄດ້, ນັ້ນ​ແມ່ນຂໍ້​ຂັດ​ແຍ້​ງດ້ານ​ເຜົ່າພັນ.

 

ຂ່າວ/ບົດ​ອື່ນ