ການໃຊ້ຄວາມຮຸນແຮງ ຢູ່ເຂດໃຕ້ສຸດຂອງໄທ ເຮັດໃຫ້ທະຫານ 4 ຄົນເສຍຊີວິດ ແລະ ຮັບບາດເຈັບ

ການໃຊ້ຄວາມຮຸນແຮງ ຢູ່ເຂດໃຕ້ສຸດຂອງໄທ ເຮັດໃຫ້ທະຫານ 4 ຄົນເສຍຊີວິດ ແລະ ຮັບບາດເຈັບ - ảnh 1
ເຫດວາງລະເບີດຢູ່ຢູ່ເຂດໃຕ້ສຸດຂອງ ໄທ ເມື່ອເດືອນ 9/2013
(ພາບປະກອບ)

(vovworld) – ຕອນ​ເຊົ້າ​ວັນ​ທີ 21/1, ຢູ່​ແຂວງ ນາຣາທິວາ​ດ, ຢູ່ຂດ​ໃຕ້​ສຸດ​ຂອງ​ໄທ, ​ໄດ້​​ເກີດ​ການວາງ​ລະ​ເບີດຢູ່​ຕາມ​ຖະໜົນ 2 ຄັ້ງ​ຢ່າງ​ລຽນຕິດ ​ເຊິ່ງເລັ່ງໃສ່​ບັນດາ​ກົມ​ກອງ​ທະຫານ​ປະ​ເທດ​ນີ້. ​ເຫດການ​ທີ 1, ຕົວ​ການ​ໄດ້​ວາງ​ລະ​ເບີ​ດ ໃສ່​ກົມກ​ອງທະຫານ​ປົກປ້ອງ​ຄູອາຈານ ​ແລະ ນັກຮຽນ, ​ເຮັດ​ໃຫ້​ທະຫານ​ 1 ຄົນ​ເສຍ​ຊີວິດ ​​ແລະ ອີກ 2 ຄົນ​ໄດ້​ຮັບ​ບາດ​ເ​ຈັບ. ​ເຫດການ​ທີ 2, ຕົວ​ການ​ໄດ້​ວາງ​ລະ​ເບີດ​ໃສ່​ລົດ​​ເວນຍາມ​ການ​ທະຫານ, ​ເຮັດ​ໃຫ້​ທະຫານ 1 ຄົນ​ໄດ້​ຮັບ​ບາ​ດ​ເຈັບ. ອົງການ​ຕຳຫຼວດ - ທະຫານ​ປະສົມ​ຢູ່​ທ້ອງ​ຖີ່​ນພວມ​ດຳ​ເນີນ​ການ​ສືບສວນ​ເຮັດແຈ້ງເຫດການວາງ​ລະ​ເບີດ​ດັ່ງກ່າວ​.

    ສະພາບ​ການ​ໃຊ້ຮຸນ​ແຮງ​ຢູ່​ເຂດໃຕ້ສຸດ ຂອງ ​ໄທ​ ພວມ​ຄ່ອຍໆ​ຫຼຸດ​ລົງ​ໃນ​​ໄລ​ຍະ​ດຳ​ເນີນ​ການ​ແຫ່​ຂະ​ບວນປະ​ທ້ວງ​ຕ້ານ​ລັດຖະບານ​ຢູ່ ບາງກອກ. ​ແຕ່ໄລຍະ​ມໍ່ໆ​ມາ​ນີ້, ບັນດາ​ກຸ່ມສາສະໜາ​ອິດ​ສະ​ລາມ​ຫົວຮຸ​ນ​ແຮງ ຢູ່​ຂດໃຕ້​ສຸດ​ຂອງ​ໄທ ​ໄດ້​​ເພີ່ມ​ການ​ເຄື່ອນ​ໄຫວ​ໃຊ້​ຄວາມ​ຮຸນ​ແຮງ​ທີ່ມີ​ລັກສະນະ​ໂຕ້​ຕອບ, ພາຍຫຼັງ​ທີ່​ກອງທັບ ​ແລະ ຕຳຫຼວດ ​ໄທ ດຳ​ເນີນ​ການ​ຊອກ​ຫາ, ຈັບ​ຕົວ​ບາງ​ເປົ້າ​ໝາຍຫົວ​ຮຸນ​ແຮງ ​ແລະ ​ເກັບ​ເອົາອາວຸດ, ລູກ​ລະ​ເບີດ​ຂອງ​ບັນດາ​ເປົ້າ​ໝາຍ​ດັ່ງກ່າວຢ່າງຫຼວງຫຼາຍ.

 

ຂ່າວ/ບົດ​ອື່ນ