ການໃຊ້ຄວາມຮຸນແຮງ ສືບຕໍ່ປິນຂັ້ນໄດຢູ່ ຊີຮີ.

ການໃຊ້ຄວາມຮຸນແຮງ ສືບຕໍ່ປິນຂັ້ນໄດຢູ່ ຊີຮີ. - ảnh 1
( ພາບປະກອບ )

(vovworld) - ສະພາບ​ການ​ຢູ່​ຊີ​ຮີ ຍັງ​ຄົງ​ຜັນ​ແປ​ໄປ​ຢ່າງ​ສັບສົນ, ການ​ໃຊ້​ຄວາມ​ຮຸນ​ແຮງພວມ​ປິນຂັ້ນ​ໄດ, ​ໃນ​ຂະນະ​ທີ່​ບັນດາ​ກຳລັງ​ຝ່າຍ​ຄ້ານ​ຢູ່​ຊີ​ຮີ ສືບ​ຕໍ່​ແຊກ​ແຊງ​ເຂົ້າ. ວັນ​ທີ 4/3, ການ​ປະ​ທະ​ກັນ​ລະຫວ່າງ​ກຳລັງ​ລັດຖະບານ​ກັບ​ຝ່າຍ​ຄ້ານ​ຢູ່​ຊີ​ຮີ ສືບ​ຕໍ່​ເກີດ​ຂຶ້ນ. ບັນດາ​ນັກ​ເຄື່ອນ​ໄຫວ​ໃຫ້​ຮູ້​ວ່າ, ທົ່ວ​ປະ​ເທດ​ຊີ​ຮີ ມີ 10 ກວ່າ​ຄົນ​ເສຍ​ຊີວິດ. ຕໍ່ໜ້າ​ສະພາບ​ການ​ຄື​ດັ່ງກ່າວ, ​ໄດ້​ປະກົດ​ມີ​ຄຳ​ຮຽກຮ້ອງ​ປະກອບ​ອາວຸດ​ຕື່ມ​ອີກ​ໃຫ້​ແກ່​ຝ່າຍ​ລຸກ​ຮຶ້ຂຶ້ນ​ຢູ່​ຊີ​ຮີ. ວັນ​ທີ 4/3, ສະມາຊິກ ສະພາ​ສູງ​ອາ​ເມ​ລິ​ກາ Graham ຖື​ວ່າ, ພວກ​ກະບົດ​ຢູ່​ຊີ​ຮີ ຄວນ​ໄດ້​ຮັບ​ການ​ປະກອບ​ອາວຸດ ​ໂດຍ​ຜ່ານ​ສະຫະພັນ​ອາ​ຮັບ ກໍ່​ຄື​ຄວນ​ສ້າງ​ບັນດາ​ເຂດ​ຫ້າມ​ບີນ ​ແລະ​ ເກືອດ​ຫ້າມ​ການ​ໄປມາ​ໃນ​ທັນທີ, ​ເພື່ອ​ຈຳກັດ​ການ​ເຄື່ອນ​ໄຫວ​ຂອງ​ກຳລັງ​ທັບ​ອາກາດ ​ແລະ​ທັບ​ບົກ​ຊີ​ຮີ.

        ​ໃນ​ຂະນະ​ນັ້ນ, ນັກ​ເຄື່ອນ​ໄຫວ​ຝ່າຍ​ຄ້ານ​ອັນ​ດັບ​ໜຶ່ງ​ຫຼາຍ​ທ່ານ​ຢູ່​ຊີ​ຮີ ພວມ​ຄັດຄ້ານ​ເລື່ອງ​ຕ່າງປະ​ເທດ ສາມາດ​ປະກອບ​ອາວຸດ​ໃຫ້​ພວກ​ລຸກ​ຮຶ້ຂຶ້ນ. ​ເຂົາ​ເຈົ້າ​ເນັ້ນ​ໜັກ​ວ່າ, ​ເຮັດ​ຄື​ແນວ​ນັ້ນ​ຈະ​ພາ​ໄປ​ເຖິງ​ເສິກ​ກາງ​ເມືອງ ”ຢ່າງຮອບດ້ານ”.

ຂ່າວ/ບົດ​ອື່ນ