ການໃຊ້ຄວາມຮຸນແຮງ ໄດ້ເກີດຂຶ້ນຢູ່ ຫຼາຍທ້ອງຖິ່ນຂອງ ເອຢິບ

ການໃຊ້ຄວາມຮຸນແຮງ ໄດ້ເກີດຂຶ້ນຢູ່ ຫຼາຍທ້ອງຖິ່ນຂອງ ເອຢິບ - ảnh 1
ຜູ້ແຫ່ຂະບວນນັບພັນໆຄົນໄດ້ເຕົ້າໂຮມກັນຢູ່ສະໜາມຫຼວງTahrir ທີ່ Cairo ເນື່ອງໃນ​ເຫດການ​ສະ​ເຫຼີ​ມສະຫຼອງ 2 ປີ​ແຫ່ງ​ວັນ​​ໂຄ່ນລົ້ມ​ປະທານາທິບໍດີ​  Hosni Mubarak  (ພາບ: internet)


Vovworld- ​ເຫດການ​ສະ​ເຫຼີ​ມສະຫຼອງ 2 ປີ​ແຫ່ງ​ວັນ​ເກີດ​ຂະ​ບວນການ​ປະ​ທ້ວງ​ໂຄ່ນລົ້ມ​ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍດີ​ເອຢິບ Hosni Mubarak ​ໄດ້​ຖືກ​ຂີ​ດໝາຍ​ດ້ວຍ​ການ​ແຫ່ຂະ​ບວນປະ​ທ້ວງທີ່​ມີ​ຂອບ​ຂະໜາດ​ໃຫຍ່​ຂອງ​ຝ​່າຍ ຄ້ານພ້ອມກັບບັນດາການປະທະກັນ, ໃຊ້ຄວາມຮຸນແຮງຢູ່ຕາມ ທ້ອງຖະໜົນທີ່ ແກ່ຍາວຢູ່ຫຼາຍແຂວງ ແລະ ນະຄອນຂອງເອຢິບ. ວັນທີ 25/1, ບັນດາຜູ້​ແຫ່ຂະ​ບວນປະ​ທ້ວງໄດ້ເລີ່ມອອກສູ່ຖະໜົນຫົນທາງພາຍຫຼັງພິທີສວດມົນພາວະນາ ໃນມື້ທີ່ 6 ຕາມຄຳຮຽກຮ້ອງ ຂອງຫຼາຍພັກການເມືອງ ແລະ ຂະບວນການ ຝ່າຍຄ້ານແນໃສ່ຄັດຄ້ານຂະບວນການ “ ອ້າຍນ້ອງ ອິດສະລາມ” , ພັກເສລີພາບ ແລະ ຍຸຕິທຳ FJP ກຳ​ອຳນາດ​ກໍ​ຄື​ສະພາບ​ລາຄາ​​ໃຊ້ສອຍ​ໃນ​ຊີວິດ​ປະຈຳ​ວັນ​ຂຶ້ນ​ສູງ. ບັນດາ​ການ​ແຫ່ຂະ​ບວນປະ​ທ້ວງ​ໄດ້​ຫັນ​ມາ​ເປັນ​ການ​ໃຊ້​ຄວາມ​ຮຸ​ນແຮງ​ລະຫວ່າງ​ບັນດາຜູ້​ສະໜັບສະໜູນ ຂະບວນການ “ ອ້າຍນ້ອງອິດສະລາມ” ​ແລະ ຝ່າຍ​ຄ້ານ. ກະຊວງ​ສາທາລະນະ​ສຸກ​ເອຢິບ​ໃຫ້​ຮູ້​ວ່າ ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 9 ຄົນ, ​ໃນ​ນັ້ນ​ມີ​ຕຳຫຼວດ 2 ຄົນ ​ແລະ ອີກກ່ວາ 450 ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ບັນດາ​ການ​ປະ​ທະ​ກັນ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ.

ຂ່າວ/ບົດ​ອື່ນ