ການໃຊ້ຄວາມຮຸນແຮງຍັງຄົງເກີດຂຶ້ນຢູ່ພາກໃຕ້ຂອງໄທ

ການໃຊ້ຄວາມຮຸນແຮງຍັງຄົງເກີດຂຶ້ນຢູ່ພາກໃຕ້ຂອງໄທ - ảnh 1
ຕຳຫຼວດຢູ່ພາກໃຕ້ ໄທ ຮັບມືກັບກະແສຟອງການໃຊ້ຄວາມຮຸນແຮງເປັນເວລາຫຼາຍປີຜ່ານມາ
(ພາບ: docbao.vn)

(vovworld) – ວັນ​ທີ 11/9, ​ເຫດ​ຍິງ​ປືນ ​ແລະ ວາງ​ລະ​ເບີດ​​​ເລັ່ງໃສ່​ອົງການ​ອຳນາດ​ການ​ປົກຄອງ​ຢູ່ ກອກ​​ໂພ, ​ແຂວງ ປັດ​ຕາ​ນີ, ພາກ​​ໃຕ້ ​ໄທ, ​ເຮັດ​​ໃຫ້ 5 ຄົນ​ເສຍ​ຊີວິດ ​ແລະ ອີກ 5 ຄົນ​ຮັບ​ບາດ​ເຈັບ. ການ​ໃຊ້​ຄວາມ​ຮຸນ​ແຮງ​ເກີດ​ຂຶ້ນ​ໃນ​ສະພາບ​ທີ່​ລັດຖະບານ​ໃໝ່​ຂອງ​ທ່ານ​ນາຍົກລັດຖະມົນຕີ ປຣາຢຸດ ຈັນ​ໂອ​ຈາ ມານະ​ພະຍາຍາມ​ເຊື່ອມ​ຕໍ່​ບັນດາ​ການ​ເຈລະຈາ​ກ່ອນ​ນີ້​ກັບ​ກຳລັງ​ລູກ​ຮື້​ຂຶ້ນ​ເພື່ອນຳມາ​ເຊິ່ງສັນຕິພາບ​ໃຫ້​ບັນດາ​​ແຂວງ​ພາກ​​ໃຕ້​ປະ​ເທດ​ນີ້.

    ຕຳຫຼວດ​ທ້ອງ​ຖີ່​ນ​ໃຫ້​ຮູ້​ວ່າ: ການ​ໃຊ້​ຄວາມ​ຮຸນ​ແຮງ​ເກີດ​ຂຶ້ນ​ເມື່ອ​ມີ​ກຸ່ມ​ທະຫານ​​ແຕກ​ທັບ​ບຸກ​ໂຈມ​ຕີ​ຫ້ອງ​ການ​ອົງການ​ບໍລິຫານຕາ​ແສງ ມາກ​ກຣຸດ, ຍິງ​ປືນ​ໃສ່​ບຸກຄົນ​ທີ່​ພວມ​ເຮັດ​ວຽກຢູ່​ແຫ່ງ​ນີ້. ບັນດາ​ມື​ປືນ​ນີ້​ໄດ້​ວາງ​ລະ​ເບີດຢູ່​ໃກ້ໆ​ນີ້​ກ່ອນ​ທີ່​ຈະ​ອອກ​ຈາກ​​ບ່​ອນ​ເກີດ​ເຫດ ​ແລະ​ ​ເຮັດ​ໃຫ້ສ່ວນ​ໜຶ່ງ​ຂອງ​ອາຄານ​ຫຼັງ​ນີ້​ຖືກ​ທຳລາຍ. ວົງ​ການ​ເຈົ້າ​ໜ້າ​ທີ່​ທ້ອງ​ຖີ່​ນ ​ໄດ້​ຮັບ​ຮູ້​ວ່າ ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ລັດຖະບານ 2 ທ່ານ​ໄດ້​ເສຍ​ຊີວິດ​ໃນ​ການ​ໃຊ້​ຄວາມ​ຮຸນ​ແຮງ​ດັ່ງກ່າວ.

    ​ແລະ​ກໍ່​​ໃນ​ວັນ​ດຽວ​ກັນ, ມີ​​ທະຫານ​ແຕກ​ທັບກຸ່ມ​ໜຶ່ງ​ໄດ້ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ຄ້າຍຄື​ກັນ​ຢູ່​ຫ້ອງການ​ອຳນາດ​ການ​ປົກຄອງ​ອື່ນ​ຢູ່​ເມືອງ ຢະຣິ່ງ, ​ແຕ່​ບໍ່ມີ​ຜູ້​ໃດ​ຖືກ​ເສຍ​ຊີວິດ ​ແລະ ຮັບ​ບາດ​ເຈັບ.

 

 


ຂ່າວ/ບົດ​ອື່ນ