ການໃຊ້ຄວາມຮຸນແຮງຍັງຄົງເກີດຂຶ້ນໃນທົ່ວປະເທດ ຊີຣີ


ການໃຊ້ຄວາມຮຸນແຮງຍັງຄົງເກີດຂຶ້ນໃນທົ່ວປະເທດ ຊີຣີ  - ảnh 1
ການໃຊ້ຄວາມຮຸນແຮງຍັງຄົງເກີດຂຶ້ນໃນທົ່ວປະເທດ ຊີຣີ
(ພາບປະກອບ)

(vovworld) - ​ການ​ປະ​ທະ​ກັນ ​ແລະ ການ​ໃຊ້​ຄວາມ​ຮຸນ​ແຮງ​ຍັງ​ຄົງ​ເກີດ​ຂຶ້ນ​ໃນ​ທົ່ວ​ປະ​ເທດ ຊີຣີ ​ໃນ​ວັນ​ທີ 11/8 ​ໃນ​ຈຸດ​ເວລາ​ເຊິ່ງຄະນະ​ຜູ້​ສັງ​ເກດ​ການ​ຂອງ​ສະຫະ​ປະຊາ​ຊາດ ຢູ່ ຊີ​ຣີ (ຫຼື UNSMIS) ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຢ່າງ​ເລິກ​ເຊິ່ງ, ຖື​ວ່າ: ສະພາບ​ການ​ໃນ​ປະຈຸ​ບັນ​ແມ່ນ “ສັບສົນ ​ແລະ ຍາກ​ທີ່​ຈະ​ຄາດ​ຄະ​ເນ​ໄດ້”. ສຳນັກ​ຂ່າວສານ​ແຫ່ງ​ຊາດ ຊີຣີ SANA ​ໃຫ້​ຮູ້​ວ່າ​ທະຫານ​ລັດຖະບານ​ພວມ​ສືບ​ຕໍ່​ຂັບ​ໄລ່​ບັນດາ​ກຸ່ມ “ກໍ່​ການ​ຮ້າຍ​ໃຊ້​ກຳລັງ​ປະກອບ​ອາວຸດ” ຢູ່​ບາງ​ແຫ່ງ​ຢູ່​ທາງ​ທິດ​ເໜືອ Aleppo. ​ແລະກໍຢູ່ Aleppo, ຕາມ SANA ​ແລ້ວ, ກອງທັບ ຊີຣີ ​ໄດ້​ຕີ​ຂັບ​ໄລ່​ກຸ່ມ “ກໍ່​ການ​ຮ້າຍ​ໃຊ້​ກຳລັງ​ປະກອບ​ອາວຸດ” ທີ່​ມີ​ກົນ​ອຸບາຍ​ບຸກ​ໂຈມ​ຕີ​ສູນ​ໂທລະພາບ ​ແລະ ກະຈາຍສຽງ​ຢູ່​ເຂດ Izaa​ອັນ​ໄດ້ກໍ​ຄວາມປາ​ດ​ເຈັບ​ລົ້ມ​ຕາຍ​ຢ່າງ​ຫຼວງ​ຫຼາຍ​ໃຫ້​ແກ່​ບັນດາ​ຜູ້​ບຸກ​ໂຈມ​ຕີ. ສະພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ ​ແລະ ການ​ປະ​ທະ​ກັນ​ເກີດ​ຂຶ້ນ​ຢ່າງ​ລຽນຕິດ​ຢູ່ ຊີຣີ ​ເຮັດ​ໃຫ້ UNSMIS ຕ້ອງ​ອອກສຽງກ່າວ​ເຕືອນ. ​ໂຄສົກ​ຂອງ​ຄະນະ​ນັກ​ສັງ​ເກດ​ການ​ໃຫ້​ຮູ້​ວ່າ: ຄະນະ​ນີ້ ພວມ​ຕິດຕາມ​ກວດກາ​ລະດັບ​ໃຊ້​ຄວາມ​ຮຸນ​ແຮງ, ​ເລື່ອງ​ນຳ​ໃຊ້​ບັນດາ​ອາວຸດ​ໜັກ​ກໍ່​ຄື​ຜົນ​ສະທ້ອນຂອງ​ມັນ​ຕໍ່​ສາມັນ​ຊົນ. ​ໃນ​ຈົດໝາຍ​ຝາກ​ເຖິງ​ບັນດາ​ສະມາຊິກ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ, ທ່ານ​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ Ban Ki moon ຖະ​ແຫຼ​ງວ່າ: ການ​ມີໜ້າຂອງ ສະຫະ​ປະຊາ​ຊາດ ຢູ່ ຊີຣີ ຍັງ​ໄດ້​ຮັບ​ການ​ຮັກສາ.

ຂ່າວ/ບົດ​ອື່ນ