ການໃຊ້ຄວາມຮຸນແຮງຢູ່ອີຢີບ

ການໃຊ້ຄວາມຮຸນແຮງຢູ່ອີຢີບ - ảnh 1
ຕຳຫຼວດ ອີ​ຢິບ
(ພາບ​ປະ​ກອບຈາກ AFP/TTXVN)

(vovworld) - ຢ່າງ​ໜ້ອຍ​ສຸດ​ກໍ່​ມີ 4 ຄົນ​ເສຍ​ຊີວິດ​ໃນ​ການ​ປະ​ທະ​ກັນ​ລະຫວ່າງ​ຕຳຫຼວດ ​ແລະ ຜູ້​ແຫ່​ຂະ​ບວນສະໜັບສະໜູນ​ປະທານາທິບໍດີ​ຜູ້​ຖືກ​ປົດ​ຕຳ​ແໜ່​ງ Mohamed Morsi ​ແລະ ການ​ບຸກ​ໂຈມ​ຕີ​ຕ່າງໆ​ຂອງ​ພວກ​ອິດສະ​ລາມ​ຫົວ​ຮຸນ​ແຮງ​ໃນ​ວັນ​ທີ 7/11. ຫົວໜ້າ​ອົງການ​ພະຍາບານ​ອີ​ຢີບ Ahmed Elsary ​ແຈ້ງ​ໃຫ້​ຮູ້​ວ່າ, ມີ​ຜູ້​ແຫ່​ຂະ​ບວນປະ​ທ້ວງ 1 ຄົນ​ເສຍ​ຊີວິດ ​ແລະ ອີກ 2 ຄົນ​ຖືກ​ບາດ​ເຈ​ັບ​ໃນ​ການ​ປະ​ທະ​ກັນ​ລະຫວ່າງ​ກຳລັງ​ຕຳຫຼວດ ​ແລະ ບັນດາ​ຜູ້​ສະໜັບສະໜູນ​ອະດີ​ດປະທານາທິບໍດີ Mohamed Morsi ຢູ່​ເມືອງ Ain Shams ທາງ​ທິດຕາ​ເວັນ​ອອກ​ສ່ຽງ​ເໜືອ​ນະຄອນຫຼວງ​ຄາຍ​ໂຣ. ຍັງ​ມີ​ແຫຼ່ງຂ່າວ​ອື່ນ​ອີກ​ໃຫ້​ຮູ້​ວ່າ, ​ມີ ທະຫານ 1 ຄົນ​ເສຍ​ຊີວິດ ​ແລະ ອີກ 3 ຄົນ​ໄດ້​ຮັບ​ບາດ​ເຈັ​ບ​ໃນ​ການບຸກ​ໂຈມ​ຕີ​ຂອງ​ພວກ​ກະບົດ​ອິດສະ​ລາມ​ທີ່​ເລັ່ງ​ໃສ່​ປ້ອມ​ກວດກາດ້ານ​ການ​ທະຫານ​ຢູ່​ແຂວງ Ismailia.

ຂ່າວ/ບົດ​ອື່ນ