ການໃຊ້ຄວາມຮຸນແຮງຢູ່ອີຢິບ ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຮັບບາດເຈັບ ນັບສິບໆຄົນ

ການໃຊ້ຄວາມຮຸນແຮງຢູ່ອີຢິບ ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຮັບບາດເຈັບ ນັບສິບໆຄົນ - ảnh 1
(ພາບປະກອບ: reuters)

(vovworld) – ວັນ​ທີ 16/08, ວົງການ​ເຂົ້າ​ໜ້າ​ທີ່ ອີ​ຢິບ ສະ​ແດງ​ຄວາມ​ວິຕົກ​ກັງ​ວົງ​ວ່າ ການ​ໃຊ້​ຄວາມ​ຮຸນ​ແຮງ​ຈະ​ເກີດ​ຂຶ້ນ​ໃນ​ວັນ​ອາ​ໄລ​ຫາ 1 ປີ​ແຫ່ງ​​ການ​ປະ​ທະ​ກັນ​ຢູ່​ໂບດອິດສະ​ລາມ Al Faith ຢູ່​ໃຈກາງ​ກາຍ​ໂຣ. ກ່ອນ​ໜ້າ​ນັ້ນ, ວັນ​ທີ 15/08, ​ໄດ້​ເກີດ​​ການ​ປະ​ທະ​ກັນ​ຢູ່​ບາງ​ທ້ອງ​ຖິ່ນ​ຂອງ​ອີ​ຢິບ ​ເຮັດ​ໃຫ້ມີ​ຜູ້​ເສຍ​ຊີວິດ ​ແລະ ຮັບ​ບາດ​​ເຈັບ​ນັບສິບໆ​ຄົນ.

        ສຳ​ພັນທະ​ມິດ​ແຫ່ງ​ຊາດ​ສະໜັບສະໜູນ​ລັກສະນະ​ຖືກ​ຕ້ອງຕາມ​ກົດໝາຍ (NASL), ກຳລັງ​ໂດຍ​ອົງການ​ອ້າຍ​ນ້ອງ​ຊາວ​ມຸດ​ສລິ​ມ (MB) ນຳ​ໜ້າ, ​ໄດ້​ເຕົ້າ​ໂຮມ 34 ​ພັກ​ການ​ເມືອງ ​ແລະ ຂະ​ບວນການ​ອິດສລາມ ຮຽກຮ້ອງ​ບັນດາ​ຜູ້​ສະໜັບສະໜູນ​ເຂົ້າ​ຮ່ວມ​ບັນດາ​ການ​ແຫ່​ຂະ​ບວນປະ​ທ້ອງ​ດ້ວຍ​ຄຳ​ຂວັນ “​ແກ້​ແຄ້ນ”. ການ​ປະ​ທະ​ກັນ​ລະຫວ່າງ​ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງທີ່​ສະໜັບສະໜູນ​ປະທານ​ທິບໍດີ​ຜູ້ຖືກ​ປົກ​ຕຳ​ແໜ່​ງ Mohamed Morsi ​ແລະ ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ເກີດ​ຂຶ້ນ​ພາຍຫຼັງ​ພິທີ​ສວດ​ພາວະນາ​ໃນ​ຕອນ​ທ່ຽງ​ຢູ່​ກາຍ​ໂຮ ​ແລະ Alexandria. ​ໃນ​ຂະນະ​ນັ້ນ, ຢູ່​ບັນດາ​ເມືອງ Faysal, Haram ​ຂອງ​ແຂວງ Giza, ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ຕ້ອງ​ໃຊ້​ແກັດ​ນ້ຳຕາ​ເພື່ອ​ຍຸບ​ເລີກ​​ການ​ແຫ່​ຂະ​ບວນປະ​ທ້ວງ​ຂອງ​ບັນດາ​ຜູ້​ສະໜັບສະໜູນ​ທ່ານ Morsi ​ເມື່ອ​ເຂົ້າ​ເຈົ້າ​ປິດ​ລ້ອມ​ບັນດາ​ການ​ເຄື່ອນ​ໄຫວ​ຄົມມະນາຄົມ ​ແລະ ຮ້ອງ​ໂຮ​ຄຳ​ຂວັນ​ຄັດຄ້ານ​ກອງທັບ ​ແລະ ກຳລັງ​ຕຳຫຼວດ.

ຂ່າວ/ບົດ​ອື່ນ