ການໃຊ້ຄວາມຮຸນແຮງຢູ່ເຂດ Gaza ເຮັດໃຫ້ຊາວ ປາແລດສະຕິນ ນັບພັນໆຄົນເສຍຊີວິດ ແລະ ຮັບບາດເຈັບ

(VOVWORLD) - ບັນດາການແຫ່ຂະບວນປະທ້ວງໄດ້ຈັດຕັ້ງຢູ່ 5 ເຂດຕົ້ນຕໍຂອງທາງທິດຕາເວັນອອກເຂດ Gaza.
ການໃຊ້ຄວາມຮຸນແຮງຢູ່ເຂດ Gaza ເຮັດໃຫ້ຊາວ ປາແລດສະຕິນ ນັບພັນໆຄົນເສຍຊີວິດ ແລະ ຮັບບາດເຈັບ - ảnh 1 (ພາບປະກອບຈາກ Reuters)

ວັນທີ 14 ພຶດສະພາ, ປະຊາຊົນ ປາແລດສະຕິນ ນັບໝື່ນໆຄົນໄດ້ສວນສະໜາມເຖິງທາງທິດຕາເວັນອອກເຂດ Gaza ເພື່ອເຂົ້າຮ່ວມການແຫ່ຂະບວນປະທ້ວງດ້ວຍຂອບຂະໜາດໃຫຍ່ ແນໃສ່ຄັດຄ້ານພິທີເປີດສະຫຼອງສຳນັກງານສະຖານທູດໃໝ່ຂອງ ອາເມລິກາ ຢູ່ Jerusalem ໃນວັນດຽວກັນ, ກໍ່ຄືຄັດຄ້ານ ອິດສະຣາແອນ ປິດລ້ອມເຂດດິນແຄມທະເລນີ້ໃນຕະຫຼອດ 12 ປີຜ່ານມາ. ບັນດາການແຫ່ຂະບວນປະທ້ວງໄດ້ຈັດຕັ້ງຢູ່ 5 ເຂດຕົ້ນຕໍຂອງທາງທິດຕາເວັນອອກເຂດ Gaza.

        ການປະທະກັນທີ່ນອງເລືອດເກີດຂຶ້ນຢູ່ເຂດຊາຍແດນ ກັບ ປະແລດສະຕິນ ລະຫວ່າງຜູ້ແຫ່ຂະບວນປະທ້ວງ ແລະ ບັນດາກຳລັງ ອິດສະຣາແອນ. ໃນຂະນະທີ່ກອງທັບ ອິດສະຣາແອນ ເວົ້າວ່າ ທະຫານຂອງຕົນ “ຍິງປືນ ແລະ ນຳໃຊ້ບັນດາມາດຕະການທີ່ຈຳເປັນເພື່ອປາບປາມການຈາລະຈົນ”.

        ບັນດາເຈົ້າໜ້າທີ່ການແພດຢູ່ເຂດ Gaza ໃຫ້ຮູ້ວ່າ: ຕາມການສະຖິຕິຫຼ້າສຸດ, ຢ່າງໜ້ອຍສຸດມີຊາວ ປາແລດສະຕິນ 58  ຄົນເສຍຊີວິດໃນການປະທະກັນຄັ້ງຕ່າງໆ ແລະ ອີກກ່ວາ 2.400 ຄົນຖືກຮັບບາດເຈັບ.

        ທ່ານປະທານາທິບໍດີ ປາແລດສະຕິນ Mahmoud Abbas ໄດ້ປະກາດໄວ້ທຸກລະດັບຊາດເປັນເວລາ 3 ວັນເພື່ອອາໄລຫາເຖິງບັນດາຜູ້ປະສົບເຄາະຮ້າຍ ແລະ ກ່າວປະນາມຢ່າງແຮງ ອິດສະຣາແອນ ແມ່ນ “ພວກຂ້າຟັນລັນແທງ” ຊາວປະແລດສະຕິນ ພ້ອມທັງຢັ້ງຢືນວ່າ ອາເມລິກາ ບໍ່ແມ່ນ “ອົງການໄກ່ເກ່ຍ ຢູ່ຕາເວັນອອກກາງ” ອີກແລ້ວ. ກ່ຽວຂ້ອງເຖິງສະພາບການດັ່ງກ່າວ, ທ່ານ Saed Erekat, ເລຂາທິການໃຫຍ່ອົງການປົດປ່ອຍ ປາແລດສະຕິນ (PLO) ໃຫ້ຮູ້ວ່າ: ວົງການການນຳ ປາແລດສະຕິນ ໄດ້ຕັດສິນຍື່ນຄຳຮ້ອງຟ້ອງ ອິດສະຣາແອນ ຍ້ອນລະເມີດໂທດກຳສົງຄາມຕໍ່ສານອາຍາສາກົນ (ICC) ກ່ຽວຂ້ອງເຖິງການເຄື່ອນໄຫວກໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່ຢູ່ບັນດາເຂດດິນແດນຖືກຢຶດຄອງ.

        ກໍ່ກ່ຽວຂ້ອງເຖິງເຫດການດັ່ງກ່າວ, ການນຳ ຕວກກີ, ອີຢິບ, ສະຫະພາບເອີລົບ… ກໍ່ກ່າວປະນາມຢ່າງຮ້າຍແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ