ການ​ໃຊ້​ຄວາມ​ຮຸນ​ແຮງສືບ​ຕໍ່ ​ເກີດ​ຂຶ້ນຢູ່​ຊີຣີ

ການ​ໃຊ້​ຄວາມ​ຮຸນ​ແຮງສືບ​ຕໍ່ ​ເກີດ​ຂຶ້ນຢູ່​ຊີຣີ - ảnh 1

ການ​ຊ​ໃຊ້ຄວາມ​ຮຸນ​ແຮງ​ຍັງ​ເກີດ​ຂຶ້ນ​ຢູ່ ຊີຣີ

(ພາບ:anninhthudo.vn)

( vovworld ) –  ​ໂດຍ​ບໍ່​ຫົວຊາ​ຕໍ່​ຄຳ​ສັ່ງ​ຢຸດ​ຍິງ ຊື່​ງມີ​ຜົນ​ສັກສິດ​ນັບ​ແຕ່ວັນ​ທີ 12/4 ຜ່ານ​ມາ,​ ວັນ​ທີ 16/4, ​ໃນ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຄັ້ງຕ່າງໆ​ຢູ່​ຊີຣີ ​ໄດ້​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ 9 ຄົນ​ເສຍ​ຊີວິດ ​ໂດຍ​ບໍ່​ຫົວຊາ​ຕໍ່​ເລື່ອງ​ບັນດາ​ຜູ້​ສັງ​ເກດການ​ຂອງ​ສະຫະ​ຫະຊາ​ຊາດ ພວມ​ເລີ່​ມຜັນ​ຂະຫຍາຍ​ພາລະ​ກຳ​ຕິດຕາມ​ກວດກາ​ຄຳ​ສັ່ງ​ຢຸດ​ຍິງ​ຢູ່​ປະ​ເທດ​ນີ້. ​ໃນ 2, 3 ວັນ​ທີ່​ຜ່ານ​ມາ, ບັນດາ​ກຸ່ມ​ປະກອບ​ອາວຸດ​ຢູ່​ຊີຣີ ຍັງ​ສືບ​ຕໍ່​ປະຕິບັດ​ການ​ບຸກ​ໂຈມ​ຕີ​ກ່ວາ 60 ຄັ້ງຢູ່​ບັນດາ​ນະຄອນ​ຂອງ​ຊີຣີ ​ແນ່​ໃສ່ສາມັນຊົນ​, ພະນັກ​ງານ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ກຳລັງ​ທະຫານ​ຂອງ​ປະ​ເທດ​ນີ້.

    ວັນ​ທີ 17/4, ທ່ານ Kofi Annan ທູດ​ພິ​ເສດ​ຂອງ​ສະຫະ​ຫະຊາ​ຊາດ ​ແລະ​ສະຫະພັນ​ອາຣັບ ​ໄດ້​ເດີນທາງ​ໄປ​ຮອດ​ນະຄອນຫຼວງ Doha ປະ​ເທດ Qatar ​ເພື່ອ​ເຂົ້າຮ່ວມ​ວາລະ​ປະຊຸມ​ຂອງ​ສະຫະພັນ​ອາຣັບ ກ່ຽວ​ກັບ​ບັນຫາ​ຊີຣີ. ນະ​ທີ່​ນີ້, ທ່ານ Kofi Annan ຈະ​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ເລຂາທິການ​ໃຫ່ຍສະຫະພັນ​ອາຣັບ Nabil El Arbi ພ້ອມກັບບັນດາ​ເຈົ້າໜ້າ​ທີ່​ຂັ້ນສູງ​ອື່ນໆ ​ໃນ​ວາລະ​ປະຊຸມ​ຂັ້ນລັດຖະມົນຕີ​ຂອງ​ສະຫະພັນ​ອາຣັບ ກ່ຽວ​ກັບ​ບັນຫາ​ຊີຣີ.

 

 

ຂ່າວ/ບົດ​ອື່ນ