ການໃຊ້ຄວາມຮຸນແຮງສືບຕໍ່ປິນຂັ້ນໄດ ຢູ່ ຊີຣີ

ການໃຊ້ຄວາມຮຸນແຮງສືບຕໍ່ປິນຂັ້ນໄດ ຢູ່ ຊີຣີ - ảnh 1
ລົດໂອໂຕຖືກໄຟໄໝ້ ຢູ່ ຊານນະຄອນຫຼວງ Damascus
(ພາບ: ອີນເຕີເນັດ)

(vovworld) – ສະພາບ​ການ​ໃຊ້​ຄວາມ​ຮຸນ​​ແຮງ​ຍັງ​ຄົງ​ສືບ​ຕໍ່​ປິນຂັ້ນ​ໄດ ຢູ່ ຊີຣີ ​ເມື່ອ​ວັນ​ທີ 14/6 ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ​ສຸດ 22 ຄົນ ​ໃນ​​ການ​ປະ​ທະ​ກັນ​ຕ່າງໆຢູ່​ປະ​ເທດ​ນີ້. ຢູ່​ຊານ​ນະຄອນຫຼວງ Damascus, ມີ​ຜູ້​ວາງ​ລະ​ເບີດ​ສະຫຼະ​ຊີບຜູ້​ໜຶ່ງ ​ໄດ້​ວາງ​ລະ​ເບີດ​ລົດ​ໂອ​ໂຕ​ຄັນ​ໜຶ່ງ ຢູ່​ມໍ່ກັບ​ວິຫານ Sayyida Zeinab ຂອງ​ຊາວ​ອິດສະ​ລາມ ນິກາຍ Shiite, ​ເຮັດ​ໃຫ້ 14 ຄົນ​ຖືກ​ຮັບ​ບາດ​ເຈັບ. ຕາມ​ສຳນັກ​ຂ່າວສານ​ແຫ່ງ​ລັດ Sana ​ແລ້ວ, ​ເຫດ​ລະ​ເບີດ​ນີ້ ​ໄດ້​​ເຮັດ​ໃຫ້​ວິຫານ​ດັ່ງກ່າວ​ຖືກ​ເປເພ. ​ໃນ​ຂະນະ​ນັ້ນ, ຢູ່​ນະຄອນ Idlib ກໍ​ເກີດ​ເຫດ​ວາງ​ລະ​ເບີດ​ລົດ​ໂອ​ໂຕ ທີ່​ເລ່ັງ​ໃສ່ ສະຖານ​ທີ່​ຄວບ​ຄຸມ​ຂອງ ກອງທັບ. ຕາມ​ແຫຼ່ງຂ່າວ​ຈຳນວນ​ໜຶ່ງ​ແລ້ວ, ​ເຫດ​ວາງ​ລະ​ເບີດ​ນີ້ ​ໄດ້​ເຮ​ັດ​ໃຫ້​ທະຫານ​ຈຳນວນ​ໜຶ່ງ​ເສຍ​ຊີວິດ ​ແລະ ຖືກ​ຮັບ​ບາດ​ເຈັບ. ການ​ປະ​ທະ​ກັນລະ​ຫວ່າງ​ກຳລັງ​ປ້ອງ​ກັນ​ຊາດ ​ແລະ ​ຝ່າຍ​ຄ້ານ​ກໍ​​ໄດ້ເກີດ​ຂຶ້ນ​ຢູ່​ນະຄອນ Homs ​ແລະ ​ແຂວງ Hama ທາງ​ພາກ​ກາງ ຊີຣີ, ​ເຮັດ​ໃຫ້ 14 ຄົນ​ເສຍ​ຊີວິດ. ກອງທັບ ຊີຣີ ກໍ​ເປີດ​ບັ້ນ​ບຸກ​ໂຈມ​ຕີ​ເຂົ້າ​ນະຄອນ 2 ​ແຫ່ງ​ທາງ​ພາກ​ໃຕ້ຄື Rastan ​ແລະ Daraa, ​ເຮັດ​​ໃຫ້ 7 ຄົນ​ເສຍ​ຊີ​ວິດ, ​ໃນ​ນັ້ນ​ມີ​ທະຫານ​ກະບົດ 2 ຄົນ.

ຂ່າວ/ບົດ​ອື່ນ