ການໃຊ້ຄວາມຮູນແຮງສືບຕໍ່ເກີດຂຶ້ນກ່ອນການເລືອກຕັ້ງປະທານາທິບໍດີຢູ່ເອຍີບ

ການໃຊ້ຄວາມຮູນແຮງສືບຕໍ່ເກີດຂຶ້ນກ່ອນການເລືອກຕັ້ງປະທານາທິບໍດີຢູ່ເອຍີບ - ảnh 1
( ພາບປະກອບ )

( vovworld ) –   ຍັງມີ​ເວລາພຽງ 3 ອາທິດ​ອີກ​ກໍຈະ​ຮອດ​ວັນ​ເລືອກ​ຕັ້ງ​ປະທານາທິບໍດີຢູ່​ເອຍີບ, ​​ແຕ່​ສະພາບການ​ຢູ່​ປະ​ເທດ​ໃນພາກ​ພື້ນ​ອາ​ຟະ​ລິ​ກາ​ເໜືອ​ - ພາກຕາ​ເວັນ​ອອກ​ກາງ ຍັງ​ຜັນ​ແປ່ໄປ​ຢ່າງ​ສັບສົນ, ດ້ວຍ​ການ​ປະ​ທະ​ກັນ ​ແລະ ການ​ໃຊ້​ຄວາມ​ຮຸ​ນ​ແຮງ​ເກີດ​ຂຶ້ນ​ຢ່າງ​ລຽນຕິດ ​ເຊິ່ງ​ເຮັດ​ໃຫ້​ນັບ​ຮ້ອຍ​ຄົນເສຍ​ຊີວິດ ​ແລະ ຮັບ​ບາດ​ເຈັບ. ວັນ​ທີ 2/5, ປະຊາຊົນ​ເອຍີບ ນັບພັນ​ຄົນ​ໄດ້​ເຕົ້າ​ໂຮມກັນ​ຢູ່​ຕໍ່ໜ້າ​ຢູ່​ປະຕູ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​​ເອຍີບເພື່ອ​ເຂົ້າ​ຮ່ວມ​ການ​ແຫ່​ຂະ​ບວນປະ​ທ້ວງ ດ້ວຍ​ຄວາມ​ຫວັງ​ຢຸດຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ​​ເຊິ່ງ​ເຮັດ​ໃຫ້ຢ່າງ​ໜ້ອຍ​ສຸດມີ​ຜູ້​ເສຍ​ຊີວິດ​ 12 ຄົນ ​ແລະ ​ຖືກ​ບາດ​ເຈັບ​ກວ່າ 100 ຄົນໃນ​ຊຸມ​ມື້​ຜ່ານ​ມາ. ຜູ້ຕາງໜ້າ​ຂອງ​ພັກ​ຝ່າຍ​ການ​ເມືອງ​ເອຍີບ ​ແລະ ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ປະທານາທິບໍດີ​ບາງ​ທ່ານລ້ວນ​ແຕ່​ເຂົ້າ​ຮ່ວມການ​ແຫ່​ຂະ​ບວນປະ​ທ້ວງ.​ ວັນ​ທີ 2/5 ອົງການ​ອ້າຍ​ນ້ອງ​ມຸດ​ສະ​ລິ​ມ, ​ເຊິ່ງ​ແມ່ນອົງການ​ໃຫຍ່​ທີ່​ສຸດ​ຢູ່​ເອຍີບ, ​ໄດ້​ຮຽກຮ້ອງ​ສະພາ​ການ​ທະຫານຍຸບເລີກລັດຖະບານ​ຂອງ​ທ່ານ​ນາຍົກລັດຖະມົນຕີ Kamak al Ganzouri ​ແລະ ສ້າງ​ຕັ້ງລັດຖະບານ​ໃໝ່​ເພື່ອ​ແນ​ໃສ່​ບໍລິຫານປະ​ເທດ​ຊາດ​ຢ່າງ​ມີ​ປະສິດທິ​ຜົນ​ກວ່າ ພ້ອມ​ກັນ​ນັ້ນ​ກໍ​ຕິດຕາມ​ກວດກາ​ການ​ເລືອກ​ຕັ້ງ​ປະມາ​ນາ​ທິບໍດີ​​ໃນ​ໄລຍະທີ່​ຈະ​ມາ​ເຖິງ. ອົງການ​ດັ່ງກ່າວ​ກໍ​ຖື​ວ່າ, ລັດຖະບານ ​ແລະ ສະພາ​ການ​ທະຫານ​ຕ້ອງ​ຮັບ​ຜິດ​ຊອບ​​ຕໍ່ການ​ໃຊ້​ຄວາມ​ຮຸນ​ແຮງ​ທີ່​ພວມ​​ເກີດ​ຂຶ້ນ. ບັນດາ​ຜູ້​ແຫ່​ຂະບວນປະ​ທ້ວງ​ໄດ້​ຮຽກຮອງ​ໃຫ້​ສະພາ​ການ​ທະຫານ​ກຳ​ອຳນາດ​ຕ້ອງ​ມອບ​​ໂອນສິດ​ອຳນາດ​ໃຫ້​ລັດຖະບານ​ພົນລະ​​ເຮືອນ​ໂດຍ​ໄວ. ກອງທັບ​ກໍ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ມອບ​ໂອນ​ສິດ​ອຳນາດ​ໃນ​ທ້າຍ​ເດືອນ 6 ທີ່​ຈະ​ມາ​ເຖິງ​ພາຍຫຼັງ​ດຳ​ເນີນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​.

ຂ່າວ/ບົດ​ອື່ນ