ການໃຊ້ຄວາມຮຸນແຮງສືບຕໍ່ເກີດຂຶ້ນຢູ່ ຊີຣີ

 ການໃຊ້ຄວາມຮຸນແຮງສືບຕໍ່ເກີດຂຶ້ນຢູ່ ຊີຣີ  - ảnh 1
ສະພາບການຢູ່ ຊີຣີ
ພາບປະກອບ:internet

(vovworld) -  ວັນ​ທີ 18/4, ສຳນັກ​ຂ່າວສານ​ແຫ່ງ​ລັດ SANA ຂອງ ຊີຣີ ​ໄດ້​ໃຫ້​ຂ່າວ​ວ່າ: ມີ​ເຈົ້າຫນ້າທີ່ປ້ອງ​ກັນ​ຄວາມ​ສະຫງົບ 6 ຄົນ​ເສຍ​ຊີວິດ ​ແລະ ພົນທະຫານ 11 ຄົນ​ຂອງ​ລັດຖະບານ​ຖືກ​ບາດ​ເຈັບ​ໃນ​ເຫດ​ວາງ​ລະ​ເບີດ​ຢູ່​ ​ແຂວງ Idlib ພາກ​ເຫນືອ​ປະ​ເທດ​ນີ້. ​ເຫດ​ວາງ​ລະ​ເບ​ີດດັ່ງກ່າວ​ໂດຍ​ແມ່ນ​ ກຸ່ມ​ປະກອບ​ອາວຸດ ຢູ່ Al Masdouma ຂຶ້ນ​ກັບ​ແຂວງ Idlib ກໍ່​ຂຶ້ນ. ​ໃນ​ຂະນະ​ນັ້ນ, ສື່ສານ​ແຫ່ງ​ລັດ ​ແລະ ບັນດາ​ນັກ​ເຄື່ອນ​ໄຫວ​ຢູ່ ຊີຣີ ​ໃຫ້​ຮູ້​ວ່າ: ​ໄດ້​ເກີດ​ເຫດ​ຍິງ​ປືນ​ຢູ່​ເທດສະບານ Erbin ຢູ່​ນະຄອນຫລວງ Damascus ​ໃນ​ຂະນະ​ບັນດາ​ນັກ​ສັງ​ເກດ​ການ​ສະ​ຫະປະຊາ​ຊາດ​ພວມ​ປະຕິບັດ​ການ​ຢ້ຽມຢາມ ​ເພື່ອ​ຕິດຕາມ​ກວດກາ​ເລື່ອງ​ປະຕິບັດ​ຂໍ້​ຕົກລົງ​ຢຸດ​ຍິງ ​ແລະ ຊຸກຍູ້​ວິວັດ​ການ​ໂອ້​ລົມ​ສົນທະນາ​ດ້ານການ​ເມືອງ​ຢ່າງຮອບດ້ານ​ເພື່ອ​ຢຸດຕິ​ວິ​ກິດ​ການ​ຢູ່ ຊີຣີ.  ກຸ່ມ​ກໍ່ການ​ຮ້າຍ​ໄດ້​ວາງ​ລະ​ເບີດ​ຢູ່​ປ້ອມ​ກວດກາ ຊຶ່ງ​ເຮັດ​ໃຫ້​ພາລະ​ກອນ​ປ້ອງ​ກັນ​ຄວາມ​ສະຫງົບ​ຜູ້​ຫນຶ່ງ​ຖືກ​ບາດ​ເຈັບ. ບັນດາ​​ເຫດ​ວາງ​ລະ​ເບີດ​ດັ່ງກ່າວ​ເກີດ​ຂຶ້ນ​ໂດຍ​ບໍ່​ຫົວຊາ​ຕໍ່​ຂໍ້​ຕົກລົງ​ຢຸດ​ຍິງ ​ໂດຍ​ສະຫະ​ປະຊາ​ຊາດ​ສະ​ເຫນີ​ທີ່​ມີ​ຜົນ​ສັກ​ສິດ​ຢູ່ ຊີຣີ ນັບ​ແຕ່​ອາທິດ​ກ່ອນ​ເປັນ​ຕົ້ນ​ມາ.

ຂ່າວ/ບົດ​ອື່ນ