ການໃຊ້ຄວາມຮຸນແຮງເກີດຂຶ້ນຢູ່ ອີຣັກ

ການໃຊ້ຄວາມຮຸນແຮງເກີດຂຶ້ນຢູ່ ອີຣັກ - ảnh 1
ພາບປະກອບ

(vovworld) - ​ຢ່າງ​ໜ້ອຍ​ສຸດ​ມີ​ຜູ້​ເສຍ​ຊີວິດ 7 ຄົນ ​ແລະ ຖືກ​ບາ​ດ​ເຈັບ 4 ຄົນ ​ໃນ​​ການ​ຍິງ​ປືນ ​ແລະ ວາງ​ລະ​ເບີ​ດຄັ້ງ​ຕ່າງໆ​ໃສ່​ບັນດາ​​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ພາກ​ກາງ ​ແລະ ພາກ​ເໜືອ ອີຣັກ ​ໃນ​ວັນ​ທີ 7/8. ຕາມ​ແຫຼ່ງຂ່າວ​ຈາກກະຊວງ​ພາຍ​ໃນ ອີຣັກ ​ແລ​້ວ, ທະຫານ ອີຣັກ 2 ຄົນ ​ຖືກເສຍ​ຊີວິດ​ເມື່ອ​ມີ​ກຸ່ມມື​ປືນ​ບຸກ​ໂຈມ​ຕີ​ໃສ່​ລົດ​ໂອ​ໂຕ​ຂົນ​ສົ່ງບັນດາ​ທະຫານ​ຢູ່​ທາງທິດ​ຕ​າ​ເວັນ​ອອກ​ນະຄອນຫຼວງ ​ແບ​ກ​ແດດ. ສ່ວນ​ຢູ່​ເສັ້ນທາງ​ດ່ວນ​ທາງ​ທິດຕາ​ເວັນ​ຕົກ​ນະຄອນຫຼວງ ​ແບ​ກແດດ, ມີ​ລັດຖະກອນ​ຂອງ​ກະຊວງ​ຍຸຕິ​ທຳ ອີຣັກ ຜູ້​ໜຶ່ງ​ກໍ​ຖືກ​ກຸ່ມ​ມື​ປືນ​ຍິງ​ຕາຍ.

ຂ່າວ/ບົດ​ອື່ນ